spot_img
Homeຂ່າວເຫດການຮອງນາຍົກເນັ້ນ ແຂວງອຸດົມໄຊ ຕ້ອງ​ຊຸກຍູ້​ການ​ເຕີບໃຫຍ່ ​ເສດຖະກິດ​ຂອງ​ແຂວງ ໃຫ້​ໄດ້​ຢ່າງ​ຕໍ່​ເນື່ອງ

ຮອງນາຍົກເນັ້ນ ແຂວງອຸດົມໄຊ ຕ້ອງ​ຊຸກຍູ້​ການ​ເຕີບໃຫຍ່ ​ເສດຖະກິດ​ຂອງ​ແຂວງ ໃຫ້​ໄດ້​ຢ່າງ​ຕໍ່​ເນື່ອງ

Published on

ພາຍຫລັງທ່ານສົມດີ ດວງດີ ສຳເລັດເຮັດວຽກຢູ່ ແຂວງຫລວງພະບາງ, ໃນ​ວັນ​ທີ 15 ກຸມພາ 2017ຜ່ານມານີ້ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ,  ພ້ອມ​ດ້ວຍ​ຄະນະ ກໍໄດ້ສືບຕໍ່​ເດີນທາງ​ ໄປ​​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງອຸດົມ​ໄຊ ​ໂດຍ ທ່ານ ​ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມ​ໄຊ, ຫົວໜ້າພະແນກການເງິນ ແຂວງອຸດົມໄຊ, ຄະນະປະຈໍາພັກ​ແຂວງ ແລະ ​ພະນັກງານ​ຫລັກ​ແຫລ່ງຂອງ​ແຂວງ ໃຫ້ການ​ຕ້ອນຮັບ.

ທ່ານເຈົ້າແຂວງ ໄດ້ລາຍງານ​ໃຫ້​ ທ່ານຮອງນາຍົກ ຊາບ​ເຖິງສະພາບລວມວ່າ: ​ເສດຖະກິດໄດ້ສືບ​ຕໍ່ຂະຫຍາຍຕົວຕໍ່​ເນື່ອງ ໃນອັດຕາ​ການ​ເຕີບ​ໂຕ 7,5%, ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ບັນລຸ​ໄດ້ 3.500 ກວ່າ​ຕື້ກີບ, ສະເລ່ຍ​ 1.397 ໂດລາຕໍ່ຄົນ​ຕໍ່ປີ, ດ້ານການຈັດເກັບລາຍຮັບ ໃນສົກປີ 2015-2016 (ແຜນດັດແກ້ທັງໝົດ) ເທົ່າກັບ 100 ຕື້​ກວ່າກີບ, ປະຕິບັດໄດ້ 98 ຕື້​ກວ່າກີບ, ທຽບໃສ່ແຜນດັດແກ້ 94,8%, ທຽບໃສ່ໄລຍະດຽວກັນ ຜ່ານມາເພີ່ມຂຶ້ນ 5%, ດ້ານລາຍຈ່າຍທັງໝົດ ໃນສົກປີ 2015-2016 (ແຜນດັດແກ້) ເທົ່າກັບ 460 ຕື້​ກວ່າກີບ, ທຽບໃສ່ແຜນດັດແກ້ ປະຕິບັດໄດ້ 96,99% ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເທົ່າກັບ 97% ຫລຸດລົງ 3% ສະເພາະລາຍຮັບໃນ 3 ເດືອນຂ້າມຜ່ານແຜນຈັດເກັບລາຍຮັບ ເຂົ້າງົບປະມານໄດ້ທັງໝົດ 14 ຕື້​ກວ່າກີບ, ສາມາດປະຕິບັດໄດ້ 16 ຕື້​ກວ່າກີບ, ທຽບໃສ່ແຜນເທົ່າກັບ 111%, ແຜນງົບປະມານ ປະຈໍາປີ 2017 ແຂວງອຸດົມໄຊ ຈະຕ້ອງສູ້ຊົນ ຈັດເກັບລາຍຮັບພາຍໃນແຂວງ ເຂົ້າງົບປະມານ ໃຫ້ໄດ້ທັງໝົດ 115,40 ຕື້ກີບ, ທຽບໃສ່ສົກປີ 2015-2016 ເພີ່ມຂຶ້ນ 16,8%, ທຽບໃສ່ GDP ເທົ່າກັບ 23,7% ໃນນັ້ນ ລາຍຮັບພູດທ້ອງຖິ່ນ 106,20 ຕື້ກີບ, ລາຍຮັບພູດສູນກາງ 9,20 ຕື້ກີບ.

ໂອກາດ​ນີ້, ທ່ານ ​ຮອງ​ນາຍົກລັດຖະມົນຕີ  ກໍ່​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ບັນດາ​ຜົນງານ​ການ​ພັດທະນາ ທີ່​ຄະນະພັກ-ຄະນະ​ນຳ​ແຂວງ ໄດ້​ພ້ອມພຽງຮຽງໜ້າກັບ​ ບັນດາພະນັກງານ, ທະຫານ, ຕຳຫລວດ ແລະ ພໍ່​ແມ່​ປະຊາຊົນ ​ຊາວ​ແຂວງອຸດົມ​ ໄຊຍາດ​ໄດ້​ໃນ​ໄລຍະ 1 ປີ​ທີ່​ຜ່ານ​ມາ ແລະຍັງ​ໄດ້​ເນັ້ນຕື່ມ​ບາງທິດ​ທາງ ​ເພື່ອ​ໃຫ້​ຄະນະ​ພັກ-ຄະນະ​ນຳ​ແຂວງ ເອົາ​ໃຈ​ໃສ່​ຄື: ຕ້ອງ​ຮັບປະກັນ​ ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງ, ​ເຮັດ​ໃຫ້​ແຂວງ ​ມີ​ຄວາມ​ສະຫງົບ ​ແລະ ມີ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ໃຫ້​ໄດ້​ຢ່າງໜັກ​ແໜ້ນ ​ໂດຍ​ສະ​ເພາະ ແມ່ນ​ການ​ເພີ່ມ​ທະວີ​ ຄວາມ​ສາມັກຄີພາຍ​ໃນ​ພັກ ປະຕິບັດ​ກົດ​ລະບຽບພັກ ຢ່າງ​ເຂັ້ມງວດ; ຕ້ອງ​ຊຸກຍູ້​ການ​ເຕີບ​ໂຕ ​ເສດຖະກິດ​ຂອງ​ແຂວງ ໃຫ້​ໄດ້​ຢ່າງ​ຕໍ່​ເນື່ອງ; ຈົ່ງນຳໃຊ້ທ່າແຮງ ອັນບົ່ມຊ້ອນຂອງແຂວງ, ຂຸດຄົ້ນລາຍລາຍຮັບໃໝ່, ພ້ອມທັງຍົກຖານລາຍຮັບ ຫົວໜ່ວຍທຸລະກິດ ທີ່ມີລາຍຮັບ 400 ລ້ານກີບຂຶ້ນໄປຕ້ອງເຂົ້າຢູ່ໃນ ລະບົບອາກອນມູນຄ່າເພີ່ມ, ສຸ່ມໃສ່ການຜະລິດກະສິກຳ ເປັນສິນຄ້າ ແລະ ຫັນມາສົ່ງເສີມທຸລະກິດ ຂະໜາດນ້ອຍ ແລະ ກາງ (SME) ທີ່ເປັນພື້ນຖານອັນສໍາຄັນ ເພື່ອໃຫ້ແຜນຈັດເກັບງົບປະມານ ປະຈຳປີ 2017 ບັນລຸ 115,40 ຕື້ກີບ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...