spot_img
Homeຂ່າວຕ່າງປະເທດຈີນ ກຽມຍ້າຍປະຊາຊົນ 3.4 ລ້ານຄົນ ຈາກພື້ນທີ່ຫ່າງໄກສອກຫຼີກ ໄປພື້ນທີ່ພັດທະນາ

ຈີນ ກຽມຍ້າຍປະຊາຊົນ 3.4 ລ້ານຄົນ ຈາກພື້ນທີ່ຫ່າງໄກສອກຫຼີກ ໄປພື້ນທີ່ພັດທະນາ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ກຸມພາ 2017 ຜ່ານມາວ່າ ໃນປີ 2017 ນີ້ ລັດຖະບານຈີນມີໂຄງການໃຫຍ່ໆ ຫຼາຍຢ່າງ ເຊິ່ງໜຶ່ງໃນນັ້ນຄືການຍ້າຍປະຊາຊົນປະມານ 3.4 ລ້ານຄົນ ອອກຈາກພື້ນທີ່ຫ່າງໄກສອກຫຼີກ ໄປຫາສັງຄົມທີ່ມີການພັດທະນາຫຼາຍກວ່າ ເຊິ່ງໂຄງການນີ້ ເປັນສ່ວນໜຶ່ງຂອງຄຳປະຕິຍານຂອງລັດ ທີ່ຕ້ອງການກ້າວອອກຈາກຄວາມທຸກຍາກຂອງປະເທດໃຫ້ໄດ້ໃນປີ 2020

ໃນປີ 2016 ຜ່ານມາ ຈີນໄດ້ຍ້າຍປະຊາຊົນໃນພື້ນທີ່ທຸກຍາກປະມານ 2.49 ລ້ານຄົນ ໄປຫາພື້ນທີ່ ທີ່ມີຄວາມຈະເລີນ ແລະສິ່ງອຳນວຍຄວາມສະດວກຫຼາຍກວ່າເຊັ່ນ: ໂຮງຮຽນ, ໂຮງໝໍ, ເສັ້ນທາງ ແລະແຫຼ່ງນໍ້າ

ຂະນະທີ່ເສດຖະກິດຈີນ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ ໃນຊ່ວງຫຼາຍປີຜ່ານມາ ແຕ່ກໍເຮັດໃຫ້ປະຊາຊົນຈີນຫຼາຍລ້ານຄົນ ຕ້ອງເດີນທາງອອກຈາກເຂດຊົນນະບົດ ເພື່ອມາເຮັດວຽກໃນເມືອງ, ເຮັດໃຫ້ຕ້ອງປະລູກຫຼານໄວ້ໃນບ້ານ ຈົນພວກເຂົາຂາດການສຶກສາ ແລະລະບົບສາທາລະນະສຸກທີ່ດີ

ປະທານາທິບໍດີ ສີຈິ້ນຜິງ ຂອງຈີນ ໄດ້ໃຫ້ຄຳປະຕິຍານໄວ້ວ່າ ຈະເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກ ໃຫ້ໄດ້ພາຍໃນປີ 2020 ເຖິງແມ່ນວ່າຈະມີປະຊາກອນປະມານ 45 ລ້ານຄົນ ທີ່ມີລາຍໄດ້ຕໍ່ປີໜ້ອຍກວ່າ 3.000 ຢວນ ເຊິ່ງເປັນສິ່ງທີ່ຍາກຫຼາຍສົມຄວນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...