spot_img
Homeນານາສາລະໝາກສົ້ມພໍດີ ຊ່ວຍຫຼຸດນໍ້າໜັກ ແລະບໍາລຸງສາຍຕາ

ໝາກສົ້ມພໍດີ ຊ່ວຍຫຼຸດນໍ້າໜັກ ແລະບໍາລຸງສາຍຕາ

Published on

ໝາກສົ້ມພໍດີ ເປັນຢາສະໝຸນໄພພື້ນບ້ານ ທີ່ເອົາມາໃຊ້ເພື່ອດູແລ ແລະປິ່ນປົວສຸຂະພາບມາດົນນານແລ້ວ ເພາະນອກຈາກຈະມີຄວາມປອດໄພຕໍ່ສຸຂະພາບແລ້ສວ ຍັງສານສຳຄັນຕໍ່ຮ່າງກາຍຫຼາຍຊະນິດ ແລະນອກຈາກນັ້ນ ຍັງມີສັບພະຄຸນທີ່ດີຕໍ່ກັບຮ່າງກາຍຂອງຄົນເຮົາອີກດ້ວຍ

  1. ມີສັບພະຄຸນຊ່ວຍຄາຍຄວາມຮ້ອນ ແກ້ອາການຄໍແຫ້ງ ເຊິ່ງນໍ້າສົ້ມພໍດີ (ນໍ້າກະຈຽບ) ຈະເຮັດໃຫ້ຮ່າງກາຍຫາຍຈາກຄວາມອິດເມື່ອຍ, ບຳລຸງກຳລັງ, ຫຼຸດອຸນຫະພູມໃນຮ່າງກາຍ ແລະແກ້ຮ້ອນໄດ້
  2. ຊ່ວຍຫຼຸດນໍ້າໜັກ, ຫຼຸດໄຂມັນໄດ້
  3. ໃຊ້ເປັນຢາລະບາຍທີ່ດີ ແລະປອດໄພຕໍ່ຮ່າງກາຍ
  4. ມີສານຕ້ານອະນຸມູນອິດສະລະ ທີ່ຊ່ວຍຫຼຸດການເກີດພະຍາດມະເຮັງ ແລະປ້ອງກັນເຊວບໍ່ໃຫ້ຖືກທຳລາຍ
  5. ໃບຂອງສົ້ມພໍດີຊ່ວຍບຳລຸງສາຍຕາ ເພາະມີວິຕາມິນເອຫຼາຍຊະນິດ
  6. ມີແຄວຊຽມ ຊ່ວຍໃຫ້ກະດູກ ແລະແຂ້ວແຂງແຮງ
  7. ຊ່ວຍລະລາຍໄຂມັນໃນເສັ້ນເລືອດ ຫຼຸດການອຸດຕັນຂອງເສັ້ນເລືອດ ແລະຫຼຸດລະດັບຄໍເລດເຕີຣໍ
  8. ຊ່ວຍປິ່ນປົວພະຍາດຄວາມດັນເລືອດສູງ ເຮັດໃຫ້ເລືອດໄຫຼວຽນດີ, ຊ່ວຍບຳລຸງເລືອດ
  9. ສ້າງພູມຄຸ້ມກັນພະຍາດໃຫ້ແຂງແຮງ ແລະປ້ອງກັນໄຂ້ຫວັດໄດ້ດີ
  10. ມີວິຕາມິນຊີຫຼາຍ ຊ່ວຍປ້ອງກັນເລືອດອອກຕາມແຂ້ວ
  11. ຊ່ວຍປ້ອງກັນຕ່ອມລູກໝາກໃຫຍ່ໃນເພດຊາຍ ແລະປ້ອງກັນອາການໄວທອງໃນເພດຍິງ
  12. ຊ່ວຍບຳລຸງປະສາດ ດູແລຫົວໃຈໃຫ້ແຂງແຮງ ແລະເຮັດວຽກປົກກະຕິ
  13. ຊ່ວຍປ້ອງກັນການເກີດພະຍາດກ່ຽວກັບກະເພາະອາຫານ, ຮັກສາແຜໃນກະເພາະ ແລະລຳໄສ້ອັກເສບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...