spot_img
Homeຂ່າວທ້ອງຖິ່ນຊາວພຸດທະສາສະນິກະຊົນ ຮ່ວມໃສບາດພະສົງ 1500 ອົງ ເນື່ອງໃນວັນບຸນມາຄະບູຊາ ທີ່ເດີ່ນພະທາດຫຼວງ

ຊາວພຸດທະສາສະນິກະຊົນ ຮ່ວມໃສບາດພະສົງ 1500 ອົງ ເນື່ອງໃນວັນບຸນມາຄະບູຊາ ທີ່ເດີ່ນພະທາດຫຼວງ

Published on

ໃນຕອນເຊົ້າວັນທີ 11 ກຸມພາ 2017 (ເຊິ່ງກົງກັບ ວັນເສົາ ຂື້ນ 15 ຄ່ຳ ເດືອນ 3 ພສ 2559) ທີ່ເດີ່ນພະທາດຫຼວງ ນະຄອນຫຼວງວຽງຈັນ ໄດ້ມີພິທີເຮັດບຸນຕັກບາດພະສົງ 1,500 ອົງ ເນື່ອງໃນງານບຸນມາຄະບູຊາ ແລະ ກົງກັບບຸນເຂົ້າຈີ່ ເຊິ່ງເປັນວັນສຳຄັນຂອງຊາວພຸດ ແລະ ໄດ້ມີບັນດາພໍ່ແມ່, ຄູບາອາຈານ, ພຸດທະສາສະນິກະຊົນທົ່ວປະເທດ ຮ່ວມກັນເຮັດບຸນ, ໃສ່ບາດມີພະພິຂຸສົງຢ່າງຄັບຄາໜ້າແໜ້ນ ເບິ່ງແລ້ວຮູ້ສຶກອີ່ມບຸນນຳ.

ປະຫວັດວັນມາຄະບູຊາ: ວັນມາຄະບູຊາ ເປັນວັນສຳຄັນຂອງທາງພະພຸດສາດທະສາສະໜາວັນນຶ່ງ ເຊິ່ງເປັນທີ່ຮູ້ກັນວ່າ ເປັນວັນເກີດພະທຳ ຖືວ່າເປັນວັນທີ່ ພະພຸດທະເຈົ້າ ໄດ້ປະກາດຫລັກທຳຄຳສັ່ງສອນຂອງພະອົງ ເພື່ອໃຫ້ພະອໍຣະຫັນທັ້ງຫຼາຍ ທີ່ມາປະຊຸມກັນໃນວັນນັ້ນນຳໄປເຜີຍແພ່. • ວັນ ”ມາຄະບູຊາ” ເປັນວັນບູຊາພິເສດ ທີ່ຕ້ອງເຮັດໃນວັນເພັງ ເດືອນມາຄະ ຫຼື ໃນວັນທີ່ພະຈັນສະເຫວີຍມາຄະຣຶກ ( ເຊິ່ງໂດຍປົກກະຕິ ເຮັດກັນໃນກາງເດືອນ 3 ແຕ່ຖ້າປີໃດມີ ເດືອນແປດສອງຫົນ ກໍຍ້າຍໄປກາງເດືອນ 4 ) ຖືກັນວ່າເປັນວັນສຳຄັນ ເພາະມື້ນີ້ເປັນວັນຄ້າຍກັບວັນປະຊຸມກັນເປັນພິເສດ ແຫ່ງພະອໍຣະຫັນຕະສາວົກ ໂດຍບໍ່ໄດ້ມີການນັດຫມາຍ ເຊິ່ງເອິ້ນວ່າ ວັນຈາຕຸຣົງຄະສັນນິບາດ ເຊິ່ງໄດ້ມີຂຶ້ນນະບໍຣິເວນເວລຸວັນມະຫາວິຫານ ຫລັງຈາກທີ່ພຣະພຸທທະເຈົ້າ ໄດ້ຕັດສະຮູ້ເປັນເວລານັບໄດ້ 9 ເດືອນ. ໍ● ວັນມາຄະບູຊາ ເປັນວັນທີ່ພະພຸດທະເຈົ້າສະແດງ “ໂອວາທປາຕິໂມກ” ເຊິ່ງຖືກັນວ່າ ເປັນຫລັກຄຳສອນ ທີ່ເປັນຫົວໃຈຂອງພະພຸດທະສາສະໜາ.

 

ທີ່ມາຈາກ: unader.com

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...