spot_img
Homeຂ່າວເຫດການ2016 ລາວ ໂທລະຄົມ ສາມາດປະຕິບັດພັນທະ ໃຫ້ລັດ 490 ຕື້ກວ່າກີບ

2016 ລາວ ໂທລະຄົມ ສາມາດປະຕິບັດພັນທະ ໃຫ້ລັດ 490 ຕື້ກວ່າກີບ

Published on

ບໍລິສັດ​ລັດ ວິ​ສາ​ຫະກິດ​ລາວ ​ໂທລະ​ຄົມມະນາຄົມ ສະຫລຸບ​ຜົນງານ​ ການ​ເຄື່ອນ​ໄຫວ​ວຽກ ງານ ​ປະຈຳ​ປີ 2016 ຂຶ້ນ​ໃນ​ວັນ​ທີ 8 ກຸມ​ພາ 2017 ທີ່​ນະຄອນຫລວງ​ວຽງຈັນ ​​​ໂດຍການ​ເປັນ​ປະທານ​ຂອງ ​ທ່ານ ຖາວອນ ສົມ​ສະກຸນ ຜູ້​ອຳນວຍ​ການ​ໃຫຍ່ ບໍລິສັດ ວິ​ສາ​ຫະກິດ​ລາວ ​ໂທລະ​ຄົມມະນາຄົມ, ​ໃຫ້ກຽດ​ເຂົ້າ​ຮ່ວມ​ໂດຍ​ ທ່ານ ທັນ​ສະ​ໄໝ ກົມມະ​ສິດ ລັດຖະມົນຕີ​ ກະຊວງ​ໄປສະນີ, ​ໂທລະ​ຄົມມະນາຄົມ ​ແລະ ສື່ສານ ​ແລະ ພະນັກງານ​ທົ່ວ​ປະ​ເທດ​​ ເຂົ້າ​ຮ່ວມ.

​ທ່ານ ຖາວອນ ສົມ​ສະກຸນ ຜູ້​ອຳນວຍ​ການ​ໃຫຍ່ ບໍລິສັດ ວິ​ສາ​ຫະກິດ​ລາວ ​ໂທລະ​ຄົມມະນາຄົ​​ມ ໄດ້​ຂຶ້ນ​ຜ່ານ​ສະຫລຸບ​ຜົນ​ງານ​ ການ​ເຄື່ອນ​ໄຫວ​ວຽກງານ ດຳ​ເນີນ​ທຸລະ​ກິດ​ປີ 2016 ​ແລະ ທິດ​ທາງ​ແຜນ ການ ​ໃນ​ປີ 2017  ​ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ ອັນ​ພົ້ນ​ເດັ່ນ​ຫລາຍ​ດ້ານ ​ທີ່​ຍາດ​ມາ​ໄດ້ ​ໃນໜຶ່ງປີຜ່ານມາ​ເຊັ່ນ: ​ໄດ້​ລົງທຶນ​ຂະຫຍາຍ​ຕາໜ່າງ ລະບົບ​ໂທລະ​ຄົມມະນາຄົມ​ ມູນ​ຄ່າ 44,4 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ນັ້ນ ​ມີ​ລະບົບ​ໂທລະສັບ​ມື​ຖື 39,9 ລ້ານ​ໂດ​ລາ​ສະຫະລັດ, ລະບົບ​ສາຍ​ສົ່ງ 1,7 ລ້ານ​ໂດ​ລາ​ສະຫະລັດ, ​ອິນ​ເຕີ​ເນັດ ​ແລະ ອື່ນໆ 2,7 ລ້ານ​ໂດ​ລາ​ສະຫະລັດ; ມາ​ຮອດ​ປັດຈຸບັນ​ ມີ​ລູກ​ຄ້າ​ໃຊ້​ໂທລະສັບ​ມື​ຖື ​ໃນ​ລະບົບ ຫລາຍ​ກວ່າ 1.500.000 ​ເລກໝາຍ, ​ໂທລະສັບ​ຕັ້ງ​ໂຕະ ຫລາຍ​ກວ່າ 40.000 ​ເລກໝາຍ, ​ໂທລະສັບ​ວິນ​ໂຟນ ຫລາຍ​ກວ່າ 530.000 ​ເລກໝາຍ ​ແລະ ອິນ​ເຕີ​ເນັດຫລາຍ​ກວ່າ 890.000 ລູກ​ຄ້າ; ​ສາມາດ​ສ້າງ​ລາຍ​ຮັບ​ໄດ້ 1.810,1 ຕື້​ກັບ, ​ເພີ່​ມຂຶ້ນ​ຈາກ​ປີ 2015 ​ເທົ່າ​ກັບ ​9% ​ໃນ​ນັ້ນ​ ມີ​ກຳ​ໄລ​ສຸດ​ທິ 365 ຕື້​ກີບ. ສາມາດ​ປະຕິບັດ ​ພັນທະ​ໃຫ້​ລັດຖະບານ​ 490 ຕື້ກວ່າ​ກີບ ​ເຊິ່ງກວມ​ເອົາ​ອັດຕາ​ສ່ວນ 32,8% ຂອງ​ລາຍ​ຮັບ​ທີ່​ລາວ​ໂທລະ​ຄົມ ປະຕິບັດ​ໄດ້​ໃນ​ປີ 2016  ນອກຈາກ​ນີ້​ ຍັງ​​ໄດ້ປັບປຸງ​ລະບຽບ, ນະ​ໂຍບາຍ​ ສະຫວັດດີ​ການ​ສັງຄົມ​ຕ່າງໆ ​ເພື່ອ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ ໃຫ້​ພະນັກງານ​ໃຫ້​ດີ​ຂຶ້ນ​ເລື້ອຍໆ ​ໄປ​ຄຽງຄູ່​ກັບ​ ການ​ດຳ​ເນີນ​ທຸລະ​ກິດ ​ແລະ ປະກອບສ່ວນ​ຊ່ວຍ​ເຫລືອ ​ແລະ ອຸປະຖຳ​ຕໍ່​ອົງການ​ຈັດ​ຕັ້ງ​ ພັກ-​ລັດ ​ແລະ ສັງຄົມ​ເປັນ​ມູນ​ຄ່າ​ 4,1 ຕື້​ກວ່າ​ກີບ.

ສຳລັບ​​ແຜນການ​ປີ 2017 ນີ້ ລາວໂທລະ​ຄົມ ຈະ​ສູ້​ຊົນ​ສ້າງ​ຖານ​ລູກ​ຄ້າ ​ໃຫ້​ໄດ້ 3,2 ລ້ານ​ເລກໝາຍ ​ແລະ ສ້າງ​ລາຍ​ຮັບ​​ ໃຫ້​ໄດ້ປະມານ 1.960,2 ຕື້​ກີບ, ທຽບ​ໃສ່​ປີ 2016 ​ເພີ່ມ​ຂຶ້ນ 9% ຄາດ​ຄະ​ເນ​ກຳ​ໄລ​ສຸດທິ ​ໃຫ້​ໄດ້ 422,1 ຕື້​ກີບ ​ເພີ່ມ​ຂຶ້ນ15,7% ​ແລະ ຄາດ​ຄະ​ເນ​ ຈະ​ສາມາດ​ມອບ​ພັນທະ ​ໃຫ້ລັດຖະບານ​ ຈຳນວນ 542,4 ຕື້​ກີບ ກວມ​ເອົາ​ຫລາຍ​ກວ່າ 32% ຂອງ​ລາຍ​ຮັບ​ທັງໝົດ  ນອກ​ນີ້​ຍັງ​ໄດ້​ລົງທຶນ​ໃສ່ ​ຂະຫຍາຍ​ຕາໜ່າງລະບົບ​ ໂທລະ​ຄົມມະນາຄົມ ​​ເພື່ອ​ຮັບປະກັນ ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ, ຮັບປະກັນ​ຂໍ້​ມູນ​ ມີ​ຄວາມ​ປອດ​ໄພ ​ແລະ ​ເປັນ​ລະບົບ​ທັນ​ສະ​ໄໝ ​ເພື່ອ​ຮັບປະກັນ​ ໃຫ້​ແກ່​ການ​ບໍລິການ​ສັງຄົມ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...