Homeສຸຂະພາບ ແລະ ສີ່ງແວດລ້ອມ7 ວິທີ ຟື້ນຟູສາຍຕາໃຫ້ດີຂຶ້ນ

7 ວິທີ ຟື້ນຟູສາຍຕາໃຫ້ດີຂຶ້ນ

Published on

ພື້ນຖານທາງການແພດ ທີ່ຄົນສ່ວນຫຼາຍຮູ້ກັນຄື ຫາກກ້າມເນື້ອສ່ວນໃດໜຶ່ງ ທີ່ບໍ່ໄດ້ໃຊ້ງານຕະຫຼອດ ກໍຈະອ່ອນແອລົງ ກ້າມເນື້ອຕາກໍເຊັ່ນດຽວກັນ ເຮົາຈຳເປັນຕ້ອງບໍລິຫານກ້າມເນື້ອຕາໃຫ້ຢູ່ໃນສະພາບດີ ແລະໃຊ້ງານໄດ້ຢູ່ສະເໝີ ແລະນີ້ຄື 9 ວິທີຟື້ນຟູສາຍຕາທີ່ລາວໂພສຕ໌ເອົາມາຝາກກັນ

  1. ຫຼີກລຽງການໃຊ້ສາຍຕາດົນເກີນໄປໃນລະຫວ່າງວັນ ພັກສາຍຕາເປັນບາງຄັ້ງ ຄັ້ງລະ -3 ນາທີ ທຸກໆ2-3 ຊົ່ວໂມງ
  2. ຫາກເຈົ້າໃສ່ແວ່ນຕາ ພະຍາຍາມຫຼຸດໄລຍະເວລາທີ່ຕ້ອງໃສ່ໃຫ້ໄດ້ຫຼາຍທີ່ສຸດ ຖ້າເປັນໄດ້ຄວນກວດແວ່ນຕະຫຼອດ
  3. ຜ່ອນຄາຍກ້າມເນື້ອຕາ ດ້ວຍການນວດເປັນວົງມົນເບົາໆ ຕາມຈຸດ 1-6 ທີ່ຢູ່ໃນພາບດ້າລຸ່ມນີ້, ການໃຊ້ນິ້ວກາງ ກັບນິ້ວຊີ້ ກົດລົງໄປໃນດວງຕາ ຄວນກົດໃຫ້ຮູ້ສຶກເລັກໜ້ອຍ ບໍ່ຄວນກົດແຮງເກີນໄປຈົນເຈັບ1485506327379159
  4. ເມື່ອອອກໄປຍ່າງຫຼິ້ນ ພະຍາຍາມເບິ່ງອອກໄປໄກໆ ແທນທີ່ຈະເບິ່ງແຕ່ຂາຕົວເອງ
  5. ດື່ມນໍ້າແຄລ໋ອດຕະຫຼອດ ເທົ່າທີ່ເປັນໄປໄດ້ (ທາງທີ່ດີຄວນກິນທຸກມື້) ຫາກເຈົ້າຕ້ອງການປະໂຫຍດຫຼາຍຂຶ້ນ ການດື່ມນໍ້າແຄລ໋ອດຄວນໃສ່ນໍ້າມັນໝາກກອກລົງໄປ 1-2 ຢອດ ເຊິ່ງນໍ້າມັນໝາກກອກຈະຊ່ວຍດູດຊຶມສານອາຫານທີ່ມີປະໂຫຍດໃນນໍ້າແຄລ່ອດໄດ້ຢ່າງມີປະສິດທິພາບ
  6. ເມື່ອສາຍຕາຮູ້ສຶກເມື່ອຍ ຄວນລ້າງຕາດ້ວຍນໍ້າອຸ່ນ
  7. ພະຍາຍາມຢ່າເບິ່ງໜ້າຈໍຄອມພິວເຕີ, ໂທລະທັດ ຫຼືໂທລະສັບມືຖື ຢ່າງໜ້ອຍ 2 ຊົ່ວໂມງກ່ອນເຂົ້ານອນ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...