spot_img
Homeນານາສາລະ8 ວິທີແກ້ອາການເມົາລົດ

8 ວິທີແກ້ອາການເມົາລົດ

Published on

ເຊື່ອວ່າ  ຫຼາຍຄົນຕ້ອງມີອາການເມົາລົດ ລະຫວ່າງເດີນທາງ ເຊິ່ງອາການເມົານີ້ເກີດຈາກປສາຂອງເຮົາເຮັດວຽກບໍ່ສົມດູນ, ຄວາມບໍ່ສົມດູນນີ້ ອາດເກີດຈາກການໄດ້ຮັບແຮງກະຕຸ້ນຫຼາຍເກີນໄປເຊ່ນ: ນັ່ງລົດດົນເກີນໄປ, ທາງຄົດລ້ຽວ ຈົນໄປກະຕຸ້ນປະສາດຂອງເຮົາ ເຮັດໃຫ້ເກີດອາການເມົາ, ເຈັບຫົວ, ວິນຫົວ, ປວດຮາກຈົນບາງຄນເຖິງຂັນຮາກ, ມື້ນີ້ ລາວໂພສຕ໌ ມີວິທີແກ້ອາການເມົາລົດມາຝາກທຸກຄົນ.

  1. ນັ່ງແຖວໜ້າຂອງລົດ:ເພາະການນັ່ງແຖວໜ້າຂອງລົດ ຈະເຮັດໃຫ້ປະສາດຕາ ແລະຫູຂອງເຮົາ ຮັບຮູ້ຈັງຫວະການເຄື່ອນໄຫວ ລວມເຖິງການລ້ຽວໄປມາຂອງລົດ, ຈາກການທົດລອງພົບວ່າ ວິທີນີ້ຊ່ວຍໃຫ້ຄົນທີ່ມັກເມົາລົດ ມີອາການຫຼຸດລົງ ເພາະປະສາດຂອງເຮົາຮັບຮູ້ ຄວາມເຄື່ອນໄຫວຂອງລົດ ແລະປັບຕົວຕາມມັນໄດ້
  2. ບໍ່ຄວນອ່ານໜັງສື ຫຼືຫຼິ້ນໂທລະສັບ: ເພາະຈະເຮັດໃຫ້ປະສາດ ຫຼືສະມາທິຂອງເຮົາຈົດຈໍ່ຢູ່ກັບສິ່ງນັ້ນ ແລະຮ່າງກາຍປັບຄວາມສົມດູນ ຕາມການເຄື່ອນໄຫວຂອງລົດບໍ່ໄດ້ ເຮັດໃຫ້ເກີດອາການເມົາ ຈຶ່ງບໍ່ຄວນເບິ່ງຢູ່ທີ່ຈຸດດຽວ ແລະພະຍາຍາມເບິ່ງທິວທັດພາຍນອກຕະຫຼອດ ກໍຈະຊ່ວຍຫຼຸດອາການລົງໄດ້
  3. ຢ່າສູບຢາ ຫຼືນັ່ງໃກ້ຄົນສູບຢາ: ເພາະຄວັນຢາສູບ ຈະເຮັດໃຫ້ເຮົາເມົາລົດໄດ້ງ່າຍ
  4. ຢ່າກິນອາຫານຈົນອິ່ມເກີນໄປ: ເພາະຖ້າອາຫານເຕັມກະເພາະ ກໍອາດເຮັດໃຫ້ເຮົາປວດຮກາໄດ້ງ່າຍ ການອດອາຫານທີ່ມັນຫຼາຍ ເພາະຍ່ອຍຍາກ ຄ້າງໃນກະເພາະດົນ, ຫຼີກລຽງອາຫານທີ່ມີກິ່ນແຮງ ຈະກະຕຸ້ນໃຫ້ຕົນເອງແລະຄົມອ້ອມຂ້າງປວດຮາກ ຫຼືຮາກ, ບໍ່ກິນອາຫານລົດຊາດເຜັດ ເພາະຖ້າຫາກເຮົາຮາກ ຈະເຮັດໃຫ້ຜ່ານຄໍອອກມາ ຈະເຮັດໃຫ້ແສບຄໍໄດ້
  5. ຢາດົມ, ຢາໝ໋ອງ: ຈະສາມາດຊ່ວຍທ່ານໄດ້ ເມື່ອມີອາການວິນຫົວ, ເຈັບຫົວ, ປວດຮາກ ໃຫ້ລອງຢິບຢາດົມ ຫຼືຢາໝ໋ອງມາດົມ ຈະຊ່ວຍບັນເທົາອາການໄດ້
  6. ຈິບ ຫຼືກິນນໍ້າອັດລົມ ເພື່ອອາການບ້ວນທ້ອງ: ວິທີນີ້ ເໝາະສຳລັບຄົນທີ່ມີອາການບ້ວນທ້ອງ, ການກິນນໍ້າອັດລົມຈະຊ່ວຍຂັບກົດໃນກະເພາະອອກມາ ແລະຫຼຸດອາການບ້ວນທ້ອງລົງໄດ້, ນອກຈາກນີ້ ຜູ້ທີ່ມີອາການບ້ວນທ້ອງ ຄວນສູບລົມຫາຍໃຈເຂົ້າເລິກໆ ລະຫວ່າງທີ່ເກີດອາການ ເພື່ອຊ່ວຫຼຸດອາການວິນຫົວ
  7. ໝາກໄມ້ລົດສົ້ມຊ່ວຍໄດ້: ການກິນໝາກໄມ້ລົດຊາດສົ້ມເຊັ່ນ: ໝາກມ່ວງ, ໝາກຂາມ, ລົດຊາດສົ້ມຂອງາກໄມ້ ສາມາດຊ່ວຍຫຼຸດອາການເມົາລົດ ຫຼືວິນຫົວໄດ້ ແຕ່ຢ່າກິນຫຼາຍ ເພາະຈະເຮັດໃຫ້ເກີດກົດໃນກະເພາະ ຈົນເຮັດໃຫ້ເຈັບທ້ອງໄດ້
  8. ຢາແກ້ເມົາລົດ: ການກິນຢາແກ້ເມົາລົດ 1 ເມັດ ແລະຄວນພົກຢານີ້ຕິດຕົວໄປນຳ ເຊິ່ງຢານີ້ອາດເຮັດໃຫ້ເກີດອາການຢາກນອນໄດ້

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...