spot_img
Homeຂ່າວຕ່າງປະເທດນັກວິໄຈ ຄົ້ນພົບໂຄງສ້າງລຶກລັບອາຍຸ 2000 ປີໃນປ່າອາເມຊອນ

ນັກວິໄຈ ຄົ້ນພົບໂຄງສ້າງລຶກລັບອາຍຸ 2000 ປີໃນປ່າອາເມຊອນ

Published on

ຕາມການລາຍງານເມື່ອວັນທີ 8 ກຸມພາ 2017 ຜ່ານມາວ່າ ທີມນັກວິໄຈຈາກສະຫະຮາຊອານາຈັກແລະບຣາຊິນ ຄົ້ນພົບໂຄງສ້າງລຶກລັບອາຍຸ 2000 ປີ ຫຼາຍຮ້ອຍອັນໃນປ່າອາເມຊອນ ປະເທດບຣາຊິນ ເຊິ່ງສິ່ງກໍ່ສ້າງອາຍຸເປັນພັນໆປີເຫຼົ່ານີ້ ຖືກປ່າທີ່ຮົກເຮື້ອປົກຄຸມມາຍາວນານ ຈົນຖືກເປີດເຜີຍຕໍ່ສາຍຕາມະນຸດເມື່ອບໍ່ດົນມານີ້ ຫຼັງຈາກມີການຕັດໄມ້ທຳລາຍປ່າຢ່າງແຮງໃນຊ່ວງປີຜ່ານໆມາ

ສິ່ງກໍ່ສ້າງເປັນເນີນດິນຄ້າຍຄືຄັນຄູນໍ້າ ແລະກ້ອນຫີນເປັນກອງປະຫຼາດ ຕັ້ງຮຽງກັນກະຈາຍຢູ່ໃນພື້ນທີ່ລັດອາກຣີໃນປ່າອາເມຊອນ ທາງພາກຕາເວັນຕົກຂອງບຣາຊິນ ເຊິ່ງນັກວິໄຈຍັງບໍ່ຮູ້ຈຸດປະສົງໃນການກໍ່ສ້າງໂຄງສ້າງບູຮານນນີ້ ແຕ່ຄາດວາ ອາດຖືກໃຊ້ເປັນທີ່ຮວມຕົວປະກອບພິທີກຳຢ່າງໜຶ່ງ

ຈາກການວິເຄາະດິນ ທີ່ຂຸດຂຶ້ນມາຈາກພາຍໃນ ແລະນອກດິນ ຂອງສິ່ງກໍ່ສ້າງພົບວ່າ ພື້ນທີ່ດັ່ງກ່າອາດເຄີຍເປັນທີ່ຢູ່ອາໄສຂອງຄົນພື້ນເມືອງດັ່ງເດີມ ຍັງພົບຫຼັກຖານອີກວ່າ ບັນພະບຸລຸດຂອງຊາວບຣາຊິນ ບໍ່ໄດ້ມີການເຜົາປ່າເປັນວົງກວ້າງ ເພື່ອເຮັດໂຄງສ້າງລຶກລັບ, ແຕ່ພວກເຂົາໃຫ້ຄວາມສົນໃຈກັບການປູກພືດເສດຖະກິດເຊັ່ນ: ປາມ  ການປ່ຽນແປງສະພາບແວດລ້ອມໃຫ້ກາຍເປັນະຫຼາດໃນຍຸກດຶກດຳບັນ

ນັກວິໄຈເຊື່ອວ່າ ຄວາມຫຼາກຫຼາຍທາງຊີວະພາບຂອງປ່າ ທີ່ເຫຼືອຢູ່ໃນລັດອາກຣີໃນປັດຈຸບັນ ອາດເປັນຜົນມາຈາກການເຮັດໄຮ່, ເຮັດນາ ແລະສວນ ປະສົມຂອງຄົນຍຸກກ່ອນ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...