spot_img
Home​ຂ່າວບັນເທິງ"ວັນໃໝ່" ຜູ້ເຂົ້າປະກວດ Miss International Queen 2016 ກັບຄວາມງາມທີ່ສະກົດທຸກສາຍຕາ

“ວັນໃໝ່” ຜູ້ເຂົ້າປະກວດ Miss International Queen 2016 ກັບຄວາມງາມທີ່ສະກົດທຸກສາຍຕາ

Published on

ບໍ່ຮູ້ວ່າແມ່ນຄົນ ຫຼື ຕຸກກະຕາບາບີ້ ຫຼື ອາດແມ່ນນາງຟ້າລົງມາເກີດ ສຳລັບສາວຄົນນີ້ “ວັນໃໝ່” ໜຶ່ງໃນຜູ້ເຂົ້າປະກວດ ເວທີນາງງາມສາວປະເພດສອງ Miss International Queen 2016 ເຊິ່ງເປັນເວທີການປະກວດນາງງາມຂອງສາວປະເພດສອງ ເຊິ່ງ “ວັນໃໝ່” ກໍ່ເປັນຕົວແທນຈາກ ສປປ ລາວ (ໝາຍເລກ 24) ສຳລັບຂ່າວການປະກວດ Miss International Queen 2016 ແອັດມິນເຄີຍນຳສະເໜີໄປແລ້ວເມື່ອທ້າຍປີ 2016  ແຕ່ກໍ່ມິດງຽບໄປ ເນື່ອງຈາກວ່າທາງກອງປະກວດມີເຫດຈຳເປັນຕ້ອງໄດ້ເລື່ອນວັນປະກວດອອກໄປເປັນວັນ ທີ 10 ມີນາ 2017 ນີ້ ສະນັ້ນ ແຟນໆຊາວລາວທຸກຄົນກໍ່ຍັງສາມາດສົ່ງກຳລັງໃຈໄປເຊຍນາງໄດ້

95-

ວັນໃໝ່ ເປັນສາວປະເພດສອງອີກຄົນໜຶ່ງທີ່ເກີດມາຂ້າ ຊະນີຢ່າງພວກເຮົາແບບບໍ່ຢັ້ງມືໄວ້ເລີຍ ຄວາມງາມຂອງນາງກໍ່ຢ່າງທີ່ເຮົາຮູ້ຈັກນຳກັນວ່າ ນາງມີສອງບຸກຄະລິກຄື: ເຊັກສ໌ຊີຂະຢີ້ໃຈ ແລະ ຄວາມສົດໃສອ່ອນຫວານໂລກສົດໃສຢູ່ໃນຄົນດຽວກັນ, ນາງມີແວວຕາທີ່ຊະກົດໃຈ ແລະ ມີຮອຍຍິ້ມທີ່ເບິ່ງແລ້ວສົດໃສໜ້າເອັນດູ ບໍ່ວ່າຈະແຕ່ງໜ້າ, ແຕ່ງຕົວສະໄຕລ໌ໃດ, ຈະໜ້າສົດ ຫຼື ໜ້າເຄື່ອງສຳອາງນາງເອົາຢູ່

ສ່ວນຫຸ່ນ ກັບ ຜິວພັນແມ່ນຫາແນວທຽບບໍ່ໄດ້ ແມ່ຍິງບາງຄົນທີ່ວ່າງາມແລ້ວກໍ່ຍັງມີໜາວ ເພາະນາງງາມ ງາມຮອດເງົາ

87-

94-

ວັນໃໝ່ ໃນວົງການບັນເທີງ ນາງເປັນນາງແບບ, ຮັບຖ່າຍແບບ ແລະ ເດີນແບບ ກ່ອນທີ່ຈະກ້າວເຂົ້າມາເປັນໜຶ່ງໃນຜູ້ເຂົ້າປະກວດ Miss International Queen 2016 ທີ່ຈະຈັດຂຶ້ນໃນວັນທີ 10 ມີນາ 2017 ທີ່ປະເທດໄທ.

93-

91-

ພວກເຮົາມາລຸ້ນ ແລະ ເອົາໃຈຊ່ວຍໃຫ້ນາງກ້າວໄປເຖິງຝັ່ງຝັນໄດ້ໃນເວທີການປະກວດ ແລະ ອາຊີບສາຍງານດ້ານບັນເທີງ ຢ່າງ ຫຼິງຫຼິງ ປິຍະດາ ສາວງາມປະເພດສອງຄົນທຳອິດຂອງລາວ ທີ່ໄດ້ຮັບລາງວັນຮອງອັນດັບ 2 ໃນເວທີ Miss International Queen 2014.

90-

88-

6-

64-

ຮູບພາບຈາກ: Tutou Nouaneviengkham, https://www.instagram.com/wanmai_999/

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...