ປະເມີນການຄຸ້ມຄອງລາຄາສິນຄ້າ ຮອງຮັບດັດສະນີເງິນເດືອນ

0
1842

ວັນ​ທີ 7 ກຸມພາ 2017 ຜ່ານມາ ​ທີ່ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ ມີ​ກອງ​ປະຊຸມ​ຖອດ​ຖອນ​ບົດຮຽນ ການຈັດຕັ້ງ​ປະຕິບັດ​ກ່ຽວ​ກັບ​ມາດຕະການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ ເພື່ອ​ຮອງ​ຮັບ​ການ​ເພີ່ມ​ຂຶ້ນ​ຂອງດັດ​ສະ​ນີ​ເງິນເດືອນ​ປີ 2017 ເປັນປະທານ​ຂອງ​ທ່ານ ສົມ​ຈິດ ອິນທະ​ມິດ ຮອງ​ລັດຖະມົນຕີ​ກະຊວງອຸດສາຫະກຳ ແລະ ການ​ຄ້າ ມີທ່ານ ສົມ​ປະສົງ ສະຫງວນ​ວົງ ຮອງ​ຫົວໜ້າ​ພະ​ແນກ​ອຸດ​ສາ​ຫະກຳ ແລະ ການ​ຄ້າ ນວ ພ້ອມດ້ວຍ​ຫ້ອງການ​ອຸດສາຫະກຳ ແລະ ການ​ຄ້າ​ເມືອງ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ທ່ານ ນັນ​ຕາ ສານຸ​ວົງ ຫົວໜ້າ​ພະ​ແນກ​ລາຄາ ກະຊວງ​ອຸດສາ​ຫະ​ກຳ ແລະ ການ​ຄ້າ ກ່າວວ່າ: ທ້າຍ​ເດືອນ​ພະຈິກ 2016 ກົມ​ການ​ຄ້າ​ພາຍ​ໃນ ​ໄດ້​ສົມທົບກັບ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນວ ແລະ ຫ້ອງການ​ອຸດສາ​ຫະ​ກຳ ແລະ ການ​ຄ້າ​ເມືອງ ເພື່ອ​ແບ່ງ​ຈຸ​ລົງ 5 ຕົວ​ເມືອງ​ເປົ້າໝາຍຄື: ເມືອງ​ ສີ​ໂຄດ​ຕະບອງ, ເມືອງ ຈັນທະ​ບູ​ລີ, ເມືອງ ສີ​ສັດຕະ​ນາກ, ເມືອງ ໄຊ​ເຊດຖາ ແລະ ເມືອງ​ ໄຊ​ທານີ ໃນ​ການຕິດຕາມ​ກວດກາ ແລະ ແນະນຳໃຫ້​ຜູ້​ປະກອບ​ການ ​ບໍ່​ໃຫ້​ຂຶ້ນ​ລາຄາສິນຄ້າ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ ເວົ້າສະເພາະແມ່ນ ​ເພື່ອ​ຮອງ​ຮັບ​ການເພີ່ມ​ຂຶ້ນ​ຂອງ​ດັດຊະນີ​ເງິນເດືອນ ໃນ​ປີ 2017 ໂດຍ​ເນັ້ນ​ໃສ່​ລົງ​ຕິດຕາມ​ຢູ່​ຕະຫຼາດ ບັນດາ​ຮ້ານ​ຂາຍຍ່ອຍ ​ໃນ​ຕະຫຼາດ ບໍລິສັດ​ ຂາອອກ-ຂາ​ເຂົ້າ ແລະ ຫ້າງ​ຮ້ານທົ່ວ​ໄປ.

ເປົ້າ​ໝາຍ​ແມ່ນ ບໍລິສັດ ຂາ​ອອກ-ຂາ​ເຂົ້າ ແລະ ຫ້າງຮ້ານ​ທົ່ວ​ໄປ ເພື່ອ​ບໍ່​ໃຫ້​ຜູ້​ປະກອບການ​ດັ່ງກ່າວ​ ສວຍໂອກາດ​ປັດ​ຂຶ້ນລາຄາ​ສິນຄ້າ​ໂດຍ​ພະລະການ ​ໃນໄລຍະ​ການ​ເພີ່ມ​ຂຶ້ນ​ຂອງ​ດັດຊະນີເງິນເດືອນ ​ຂອງ​ພະນັກງານ​ລັດ ໃນ​ກໍລະນີ​ທີ່​ຈະ​ປັບ​ລາຄາ​ຂຶ້ນ ຕ້ອງ​ໄດ້​ຮັບ​ອະນຸມັດ ຫຼື ຮັບ​ຮູ້​ຈາກພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນວ ໃນ​ການ​ລົງ​ເຮັດ​ບົດບັນທຶກ​ຕົວ​ຈິງ ​ຂອງ​ແຕ່​ລະ​ຈຸດງານ.

ໃນ​ຕົ້ນ​ເດືອນ​ມັງກອນ 2017 ທີ່​ຜ່ານ​ມາ ແຕ່​ລະ​ຈຸ​ຢູ່​ແຕ່​ລະເມືອງ ກໍ່​ຄືພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນວ ແມ່ນ​ໄດ້​ສືບຕໍ່ໃນ​ການ​ຕິດຕາມ​ກວດກາ ພ້ອມທັງ​ປະຕິບັດ​ຕາມ​ລະບຽບ​ການ​ຕໍ່​ຜູ້ຝ່າຝືນ ເຊິ່ງ​ໄລຍະ​ທີ່​ລົງ​ຕິດຕາມກວດກາ​ວຽກ​ຄຸ້ມ​ຄອງ​ສິນຄ້າ ເພື່ອ​ບໍ່​ໃຫ້​ຜູ້​ປະກອບ​ການ​ຂຶ້ນ​ລາຄາ​ສິນຄ້າ​ໃນ​ຄັ້ງ​ນີ້ ຄະນະ​ກອງ​ເລຂາ​ຍັງ​ໄດ້​ຄົ້ນຄວ້າ​ລາຍການ​ສິນຄ້າ​ທີ່​ຕ້ອງ​ຕິດ​ລາຄາ ຈຳນວນ 214 ລາຍການ ນອກຈາກ​ນີ້ ກໍ່​ໄດ້​ອອກແຈ້ງ​ການ​ກ່ຽວ​ກັບ​ການ​ຕິດ​ລາຄາ​ສິນຄ້າ ແລະ ຄ່າ​ບໍລິການ​ໃຫ້ພາກສ່ວນ​ທີ່​ກ່ຽວຂ້ອງ​ຮັບ​ຊາບ ເພື່ອ​ຈັດ​ຕັ້ງ​ປະຕິບັດ.

ຂ່າວ: ໜັງສືພິມ ວຽງຈັນໃໝ່