spot_img
Homeນານາສາລະນໍ້າຂີງປະສົມນໍ້າເຜິ້ງ ຊ່ວຍຫຼຸດນໍ້າໜັກ ແລະກຳຈັດໄຂມັນສ່ວນເກີນ

ນໍ້າຂີງປະສົມນໍ້າເຜິ້ງ ຊ່ວຍຫຼຸດນໍ້າໜັກ ແລະກຳຈັດໄຂມັນສ່ວນເກີນ

Published on

ເຮົາເຄີຍໄດ້ຍິນວ່າ ດື່ມນໍ້າຢ່າງດຽວກໍເຮັດໃຫ້ຕຸ້ຍຂຶ້ນ ເຊິ່ງນີ້ເປັນເລື່ອງທີ່ເກີດຂຶ້ນສຳລັບບາງຄົນ ທີ່ກິນນໍ້າຫຼາຍແລ້ວເຮັດຕຸ້ຍຂຶ້ນ ນໍ້າໜັກຂຶ້ນ, ສາເຫດເປັນເພາະລັກສະນະພາຍນອກຕຸ້ຍໄດ້ງ່າຍ, ການດື່ມນໍ້າຂີງ ປະສົມນໍ້າເຜິ້ງ ຈະຊ່ວຍປັບສົມດູນໃນຮ່າງກາຍ ລະບົບເຜົາຜານດີຂຶ້ນ ເຮັດໃຫ້ບໍ່ຕຸ້ຍຂຶ້ນງ່າຍ

ວິທີເຮັດ:

ຂີງສົດ ປະມານ 10 ກຣາມ ເອົາມາຊົງກັບນໍ້າອຸ່ນ 200​ ມິນລີລິດ ຫ້າມໃຊ້ນໍ້າຮ້ອນເດັດຂາດ ເພາະອຸນຫະພູມສູງຈະລະລາຍຄຸນປະໂຫຍດຂອງຂີງ, ເມື່ອໄດ້ນໍ້າຂີງແລ້ວ ກໍເອົານໍ້າເຜິ້ງ 1 ບ່ວງແກງ ປະສົມລົງໄປໃນນໍ້າຂີງ ຄົນໃຫ້ເຂົ້າກັນແລ້ວດື່ມ, ຄວນດື່ມມື້ລະ 3 ເທື່ອ, ຕອນເຊົ້າ 1 ຈອກ, ຕອນແລງດື່ມກ່ອນກິນອາຫານ 30 ນາທີ 1 ຈອກ ແລະກ່ອນອາບນໍ້າເຂົ້ານອນດື່ມ 1 ຈອກ.

ການດື່ມນໍ້າຂີງປະສົມນໍ້າເຜິ້ງ ຕິດຕໍ່ກັນເຄິ່ງເດືອນ ຈະເລີ່ມເຫັນຜົນຄວາມປ່ຽນແປງຂອງຮ່າງກາຍຄື: ນໍ້າໜັກຫຼຸດລົງໄດ້ເຖິງ 6 ກິໂລກຣາມ, ຜິວຂາວນຽນ, ຊ່ວຍກຳຈັດໄຂມັນສ່ວນເກີນ ຮອບແອວຈະຫຼຸດລົງ ແລະເມື່ອດື່ມຕິດຕໍ່ກັນດົນເຖິງເຄິ່ງປີ ຈະຊ່ວຍຫຼຸດຈຸດດ່າງດຳເທິງໃບໜ້າ ເຮັດໃຫ້ຜິວຂາວກະຈ່າງໃສຂຶ້ນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...