Homeຂ່າວພາຍ​ໃນເປັນຫຍັງນັກຮຽນຕ້ອງນັ່ງຮຽນກ້ອງຮົ່ມໄມ້ ປານສະໄໝຕໍ່ສູ້ກູ້ຊາດ?

ເປັນຫຍັງນັກຮຽນຕ້ອງນັ່ງຮຽນກ້ອງຮົ່ມໄມ້ ປານສະໄໝຕໍ່ສູ້ກູ້ຊາດ?

Published on

ວັນທີ 7/2/2017 ມີຜູ້ຄົນໃນເຟສບຸກ ພາກັນແຊຮູບພາບ ຄູແລະນັກຮຽນໂຮງຮຽນແຫ່ງໜຶ່ງຢູ່ແຂວງຄຳມ່ວນ ພາກັນສອນແລະຮຽນຢູ່ກ້ອງຮົ່ມໄມ້ສັກ ຄືກັບສະໄໝສົງຄາມຕໍ່ສູ້ກູ້ຊາດ ທີ່ນອນກາງດິນ ກິນກາງຫຍ້າ ສຶກສາຮ່ຳຮຽນຕາມຮົ່ມໄມ້.

ພາຍຫຼັງທີ່ຮູບພາບການນັ່ງຮຽນກ້ອງຮົ່ມໄມ້ ຂອງນັກຮຽນບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ຖືກແຊຜ່ານເຟສບຸກຢ່າງກວ້າງຂວາງ ທີມຂ່າວລາວໂພສພວກເຮົາໄດ້ພະຍາຍາມ ຕິດຕໍ່ສອບຖາມໄປຍັງພາກສ່ວນທີ່ກ່ຽວຂ້ອງແລ້ວ ໄດ້ຄຳຕອບມາວ່າ ການຮຽນກ້ອງຮົ່ມໄມ້ເປັນໄລຍະຊົ່ວຄາວ ເພື່ອປັບປຸງຫ້ອງຮຽນຊື່ໆ ຫຼັງຈາກສ້ອມແປງແລ້ວກໍຈະຍ້າຍເຂົ້າຮຽນໃນຫ້ອງຮຽນຄືນ.

ຍາທ່ານ ວັນເພັງ ໄຊຍະສານ ຮອງປະທານ ອພສ ແຂວງຄຳມ່ວນ ໄດ້ໃຫ້ສຳພາດແກ່ນັກຂ່າວພວກເຮົາວ່າ ທີ່ຜ່ານມາບ້ານດົງໃຕ້ມີໂຮງຮຽນຖາວອນ 2 ຫຼັງສຳລັບຊັ້ນປະຖົມ ເຊິ່ງເປັນການຊ່ວຍເຫຼືອຈາກ ບໍລິສັດຈີນ ທີ່ເຂົ້າມາຂຸດຄົ້ນເກືອກາລີ. ແຕ່ສຳລັບຊັ້ນມັດທະຍົມ (ມ1 – ມ7) ແມ່ນຍັງເປັນໂຮງຮຽນຝາກະແຕະເກົ່າ ພຸພັງ ແລະຜ່ານມາທາງອຳນາດການປົກຄອງບ້ານກໍສາມາດສ້າງໂຮງຮຽນ ທີ່ເປັນບ່ອນຮຽນຂອງຊັ້ນມັດທະຍົມໄດ້ພຽງ ເສົາກັບຫຼັງຄາ. ດັ່ງນັ້ນ, ທາງຍາທ່ານ ວັນເພັງ ກໍຄືຄະນະ ອພສ ແຂວງຄຳມ່ວນ ເພິ່ນຄິດອິຕົນເດັກນ້ອຍນັກຮຽນ ຜູ້ເປັນອະນາຄົດຂອງຊາດ ຈຶ່ງໄດ້ປຸກລະດົມຂົນຂວາຍທຶນຮອນຈາກ ສັງຄົມເຂົ້າໄປຊ່ວຍເຫຼືອ ໃນການປູພື້ນແລະກໍ່ຝາ ເຊິ່ງມາຮອດມື້ນີ້ ວັນທີ 8 ກຸມພາ 2017 ວັດສະດຸການກໍ່ສ້າງຍັງບໍ່ພຽງພໍ ເປັນຕົ້ນແມ່ນດິນບັອກຍັງບໍ່ພໍຫຼາຍກວ່າ 5,000 ກ້ອນ.

ດັ່ງນັ້ນ, ຖ້າທ່ານໃດມີແຮງສັດທາຢາກສ້າງບຸນກຸສົນ ສ້າງອະນາຄົດຂອງຊາດ ສ້າງປັນຍາແກ່ເຍົາວະຊົນຂອງຊາດ ກໍສາມາດຕິດຕໍ່ຫາຍາທ່ານວັນເພັງໄດ້ທີ່ເບີ 02055451034

16427228_1658379191131980_565997525284635687_n 16427485_1658379164465316_726899218990120630_n 16507922_1658379134465319_8428637734286015235_n 16508282_1658379264465306_1518333037928430527_n

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...