spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ຄາດສ້າງລາຍຮັບໃຫ້ລັດຫຼາຍກວ່າ 600 ລ້ານໂດລາສະຫະລັດ

ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1 ຄາດສ້າງລາຍຮັບໃຫ້ລັດຫຼາຍກວ່າ 600 ລ້ານໂດລາສະຫະລັດ

Published on

ໃນວັນທີ 1 ກຸມພາ 2017 ຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະລົງຢ້ຽມຢາມໂຄງການເຂື່ອນໄຟຟ້ານ້ຳງຽບ 1 ທີ່ບ້ານຫາດຍື້ນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເພື່ອເບິ່ງຄວາມຄືບໜ້າຂອງການກໍ່ສ້າງ ແລະວຽກງານພັດທະນາສັງຄົມຂອງໂຄງການ.

ທ່ານ ໂຢຊິຮິໂຣ ຢາມາບາຢາຊິ (Yoshihiro Yamabayashi) ຜູ້ອຳນວຍການຂອງບໍລິສັດ ໄຟຟ້ານ້ຳງຽບ 1 ລາຍງານວ່າ: ໂຄງການໄຟຟ້ານ້ຳງຽບ 1 ມີກໍາລັງຕິດຕັ້ງປະມານ 290 ເມກາວັດ ຊຶ່ງກໍາລັງດໍາເນີນການກໍ່ສ້າງ ຢູ່ແຂວງບໍລິຄຳໄຊ ແລະແຂວງໄຊສົມບູນ ໂດຍປະກອບມີການກໍ່ສ້າງ ເຂື່ອນສອງເຂື່ອນ ແລະ ເຮືອນຈັກຜະລິດໄຟຟ້າສອງເຮືອນ. ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງ ມາແຕ່ທ້າຍປີ 2014 ແລະມາຮອດທ້າຍປີ 2016 ມີຄວາມຄືບໜ້າປະມານ 60,30% ແລະ ຄາດວ່າໃນທ້າຍປີ 2017 ການກໍ່ສ້າງໂຄງການ ຈະສໍາເລັດປະມານ 90%

ໂຄງການແມ່ນຢູ່ພາຍໃຕ້ ການຄວບຄຸມການກໍ່ສ້າງ ແລະດໍາເນີນງານຂອງບໍລິສັດໄຟຟ້າ ນໍ້າງຽບ 1 ຊຶ່ງປະກອບມີສາມຂາຮຸ້ນຄື: ບໍລິສັດຄັນໄຊການໄຟຟ້າແຫ່ງປະເທດຍີ່ປຸ່ນ (Kansai Electric Power), ການໄຟຟ້າຝ່າຍຜະລິດແຫ່ງປະເທດ ໄທ (EGAT) ແລະລັດວິສາຫະກິດຖືຮຸ້ນລາວ (LHSE). ໂຄງການຈະເລີ່ມຜະລິດ ໄຟຟ້າໃນເດືອນມັງກອນປີ 2019 ແລະກະແສໄຟຟ້າປະມານ 95% ຈະຂາຍສົ່ງໃຫ້ປະເທດໄທ ແລະ ສ່ວນທີ່ເຫຼືອຈະນຳມາຊົມໃຊ້ພາຍໃນປະເທດ ຊຶ່ງຄາດວ່າຈະສ້າງລາຍຮັບໂດຍກົງ ໃຫ້ແກ່ລັດຖະບານລາວໄດ້ຫຼາຍກວ່າ 600 ລ້ານໂດລາສະຫະລັດ (4.800 ຕື້ກີບ) ພ້ອມທັງຜົນປະໂຫຍດທາງອ້ອມຈຳນວນໜຶ່ງອີກ ໃນໄລຍະສຳປະທານ 27 ປີ ແລະ ຫຼັງຈາກນັ້ນ ໂຄງການຈະຖືກໂອນມາເປັນ ກຳມະສິດຂອງລັດຖະບານ ແຫ່ງ ສປປ ລາວ.

ຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...