spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ຂໍ້ເສຍຂອງການບໍ່ຂັບຖ່າຍທຸກວັນ

5 ຂໍ້ເສຍຂອງການບໍ່ຂັບຖ່າຍທຸກວັນ

Published on

ຊີວິດຄົນເຮົາຈະຍືນຍາວໄດ້ ຫາກມີການກິນອາຫານທີ່ດີ ແລະຂັບຖ່າຍທຸກວັນ, ເລື່ອງການກິນອາຫານກໍວ່າຍາກ ແຕ່ການຂັບຖ່າຍຍາກກວ່າ ເພາະມີຫຼາຍປັດໄຈທີ່ເຮັດໃຫ້ເກີດ “ອາການຖ່າຍບໍ່ອອກ” ຖ້າເຮົາບໍ່ຖ່າຍທຸກມື້ ຜູ້ຊ່ຽວຊານບອກວ່າ ຈະສົ່ງຜົນຮ້າຍສູ່ຮ່າງກາຍດັ່ງນີ້

  1. ທ້ອງຜູກ: ຖ້າເຮົາບໍ່ຖ່າຍທຸກມື້ ກໍຈະເຮັດໃຫ້ທ້ອງຜູກ ການປ່ອຍໃຫ້ອຸດຈະລະຄ້າງຢູ່ໃນລຳໄສ້ ຮ່າງກາຍກໍຈະດູດນໍ້າອຸດຈະລະກັບມາໃຊ້ໃນຮ່າງກາຍອີກຄັ້ງ ສົ່ງຜົນເຮັດໃຫ້ຖ່າຍອອກມາແຂງໂຕຫຼາຍຂຶ້ນ, ຖ່າຍລຳບາກ ຈົນເຮັດໃຫ້ທ້ອງຜູກໃນທີ່ສຸດ
  2. ເຊື້ອພະຍາດແຜ່ກະຈາຍ: ນອກຈາກນໍ້າຢູ່ໃນອຸດຈະລະຈະຖືກດູດກັບໄປໃຊ້ໃນຮ່າງກາຍແລ້ວ ບັນດາເຊື້ອພະຍາດຕ່າງໆ ທີ່ຈະເລີນເຕີບໂຕຂຶ້ນໃນອຸດຈະລະ ກໍຈະຖືກດູດກັບເຂົ້າສູ່ກະແສເລືອດອີກ ເຊິ່ງເຫດການນີ້ ຈະກໍ່ໃຫ້ເກີດອາການອັກເສບພາຍໃນ ລະບົບພູມຄຸ້ມກັນຈະເຮັດວຽກໜັກຂຶ້ນ, ສຸດທ້າຍເຊື້ອພະຍາດກໍຈະເຮັດໃຫ້ຮ່າງກາຍອ່ອນເພຍ, ເຈັບຫົວ, ທ້ອງອືດ, ຜິວໜັງອັກເສບ, ສິວຂຶ້ນ ແລະຍັງເຮັດໃຫ້ອາລົມບໍ່ດີ ຫຼືຮູ້ສຶກຫງຸດຫງິດໄດ້ອີກ
  3. ສານພິດສະສົມໃນຮ່າງກາຍ: ຖ້າຮ່າງກາຍບໍ່ໄດ້ຂັບຖ່າຍທຸກວັນ ຈະເຮັດໃຫ້ສານພິດທີ່ຢູ່ໃນອຸດຈະລະເຫຼົ່ານັ້ນ ຖືກດູດກັບໄປສະສົມໃນຮ່າງກາຍ ບໍ່ວ່າຈະຢູ່ໃນກະແສເລືອດ ຫຼືຕາມອະໄວຍະວະຕ່າງໆ ໂດຍສະເພາະໃນຕັບ ແລະລຳໄສ້ໃຫຍ່ ເຊິ່ງເປັນອະໄວຍະວະຂອງຮ່າງກາຍ
  4. ມີກິ່ນປາກ ກິ່ນຕົວ: ການບໍ່ຂັບຖ່າຍ ຈະເຮັດໃຫ້ເກີດກິ່ນພາຍໃນຮ່າງກາຍ ແລະກິ່ນທີ່ເກີດຂຶ້ນນັ້ນ ເມື່ອບໍ່ຖ່າຍອອກມາທາງອຸດຈະລະ ກໍຈະອອກມາທາງກິ່ນປາກ ແລະກິ່ນພາຍໃນຮ່າງກາຍແທນ ເພາະການທີ່ເຮົາບໍ່ຂັບຖ່າຍ ເຊື້ອພະຍາດທີ່ຖືກດູດຊຶມກັບເຂົ້າສູ່ເລືອດ ເລືອດຈະບໍ່ສະອາດ ເມື່ອຜ່ານໄປຫາປອດ ປອດກໍຈະຟອກເລືອດ ແລະຂັບເຊື້ອເຫຼົ່ານີ້ອອກມາທາງລົມຫາຍໃຈ ແລະຜິວໜັງກາຍເປັນກິ່ນເໝັນ
  5. ສ່ຽງກັບພະຍາດລຳໄສ້ອັກເສບ: ການບໍ່ຂັບຖ່າຍທຸກມື້ ຈະເຮັດໃຫ້ອຸດຈະລະສະສົມໃນລຳໄສ້ ຜະໜັງລຳໄສ້ໃນບ່ອນທີ່ອ່ອນແອ ຈະເກີດອາການພອງ ເພາະຕ້ອງຮັບນໍ້າໜັກຂອງອຸດຈະລະທີ່ແຂງໂຕ ແລະເມື່ອລຳໄວ້ເຫຼົ່ານີ້ມີເຊື້ອພະຍາດໄປສະສົມຢູ່ ກໍອາດສ່ຽງຕໍ່ການຕິດເຊື້ອກາຍເປັນພະຍາດໜັງລຳໄສ້ໃຫຍ່ອັກເສບ ເກີດເລືອດອອກໃນລຳໄສ້ ເປັນໜອງ ຫຼື ລຳໄສ້ຕັນໄດ້.

ຖ້າບໍ່ຢາກໃຫ້ເກີດບັນຫາເຫຼົ່ານີ້ຂຶ້ນກັບຕົນເອງ ກໍຄວນພະຍາຍາມຂັບຖ່າຍໃຫ້ສະດວກທຸກວັນ ຫຼືໃຊ້ຕົວຊ່ວຍອື່ນໆເຊັ່ນ ການກິນອາຫານ, ການໃຊ້ຢາສະໝຸນໄພແກ້ທ້ອງຜູກ, ການຫຼິ້ນໂຍຄະເລັ່ງການຂັບຖ່າຍເປັນຕົ້ນ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...