spot_img
Homeຂ່າວທ້ອງຖິ່ນເສັ້ນທາງ​ນາ​ຊາຍທອງ-ທ່າ​ງ່ອນ ພ້ອມ​ຂົວ​ຂ້າມ​ນ້ຳ​ເຄັມ​ຈະ​ສຳ​ເລັດ​ເດືອນ​ຕຸລາ​ນີ້!

ເສັ້ນທາງ​ນາ​ຊາຍທອງ-ທ່າ​ງ່ອນ ພ້ອມ​ຂົວ​ຂ້າມ​ນ້ຳ​ເຄັມ​ຈະ​ສຳ​ເລັດ​ເດືອນ​ຕຸລາ​ນີ້!

Published on

​ໂຄງການ​ກໍ່ສ້າງ​ເສັ້ນທາງ​ນອກ​ຊານ​ເມືອງ​ ລະຫວ່າງ​ນາ​ຊາຍ​ທອງ​ເໜືອ – ນາ​ຄູນ​ອອກ​ສູ່​ທ່າ​ງ່ອນ ​ເມືອງ​ໄຊ​ທານີ

ພ້ອມ​ຂົວ​ຂ້າມ​ນ້ຳ​ເຄັມ ມີ​ຄວາມ​ຄືບ​ໜ້າ​ຄາດ​ວ່າ​ໃນ​ເດືອນ​ຕຸລາ 2014 ທີ່​ຈະ​ມາ​ເຖິງ ທາງ ​ແລະ ຂົວ​ດັ່ງກ່າວ​ຈະ​ໃຫ້​

ສຳ​ເລັດ ​ແລະ ​ເປີດ​ການ​ນຳ​ໃຊ້​​ໃຫ້​ແກ່​ການ​ສັນຈອນ​ເປັນ​ປົກກະຕິ.

 

ທ່ານ ພູ​ເຂົາ​ຄຳ ພິມ​ມະ​ສອນ ຮອງ​ຫົວໜ້າ​ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ເມືອງ​ນາ​ຊາຍ​ທອງ, ຫົວໜ້າ​ໂຄງ

ການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວແຈ້ງ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ນາ​ຊາຍ​ທອງ- ທ່າ​ງ່ອນ​ມີ​ຄວາມ​ຍາວ 12 ກິ​ໂລ​ແມັດ ປູຢາງ

ສອງ​ຊັ້ນ ມາ​ຮອດ​ປັດຈຸບັນ​ສຳ​ເລັດ 98%, ສ່ວນ​ຂົວ​ຂ້າມ​ນ້ຳ​ເຄັມ​ຍາວ 77 ​ແມັດ​, ກວ້າງ 10 ​ແມັດ ​ໄດ້​ກໍ່ສ້າງ​ສຳ​ເລັດ​

ແລ້ວ 92% ​ໂດຍ​ບໍລິສັດກໍ່ສ້າງ​ຂົວ​ທາງ ​ເພັດ​ບັນດິດ ​ເປັນ​ຜູ້​ຮັບ​ເໝົາ ​ໃນ​ມູນ​ຄ່າ 90 ຕື້ກວ່າ​ກີບ ​ເປັນ​ເງິນ​ງົບປະມານ

​ໂດຍ​ຄາດ​ວ່າ​ໃນ​ເດືອນ​ຕຸລາ 2014 ໂຄງ ການ​ກໍ່ສ້າງ​ທັງ​ໝົດ​ຈະ​ໃຫ້​ສຳ​ເລັດ ​ແລະ ​ເປີດ​ການ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ.

 

​ເຖິງ​ຢ່າງ​ໃດ​ກໍ​ດີ, ​ເນື່ອງ​ຈາກ​ໄລຍະ​ນີ້ພວມ​ຢູ່​ໃນ​ລະຫວ່າງ​ລະດູຝົນ ​​ເຮັດ​ໃຫ້ການ​ກໍ່ສ້າງ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ

ຈັດຕັ້ງປະຕິບັດ​ວຽກ​ງານ​ ຈຳ​ເປັນ​ຕ້ອງ​ໄດ້​ລໍ​ໃຫ້​ຝົນ​ຂາດ​ຊ່ວງ ຈຶ່ງ​ຈະ​ໄດ້​ສືບຕໍ່​ຈັດຕັ້ງປະຕິບັດ​ການ​ກໍ່ສ້າງ​ຈົນ​ກວ່າ​

ຈະ​ສຳ​ເລັດ.

 

ຂອບໃຈຂ່າວຈາກ: http://laophatthananews.blogspot.com/2014/08/blog-post_55.html

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...