spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກພ້າວອ່ອນ ຊ່ວຍຫຼຸດນໍ້າໜັກໄດ້ແທ້ ຫຼືບໍ່?

ໝາກພ້າວອ່ອນ ຊ່ວຍຫຼຸດນໍ້າໜັກໄດ້ແທ້ ຫຼືບໍ່?

Published on

ຜົນການສຶກສາຂອງສະຫະລັດເວົ້າວ່າ ໝາກພ້າວຊ່ວຍຫຼຸດນໍ້າໜັກໄດ້ແທ້ ເພາະມີລະດັບຄາໂບໄຮເດດພຽງແຕ່ 3.5 ກຣາມ ຫາກເຈົ້າພະຍາຍາມຫຼຸດການກິນນໍ້າຕານເພື່ອຫຼຸດນໍ້າໜັກ ໃຫ້ມາກິນໝາກພ້າວມື້ລະ 1 ໜ່ວຍແທນ (ກິນທັງນໍ້າ ແລະໃນໝາກພ້າວ)

ອີກຢ່າງໜຶ່ງ ນໍ້າໝາກພ້າວອ່ອນ ຍັງຊ່ວຍບັນເທົາຄວາມຮ້ອນ ແລະການຢາກນໍ້າໄດ້ດີໃນຍາມຮ້ອນ, ນອກຈາກນີ້ ນໍ້າໝາກພ້າວອ່ອນ ຍັງມີກລູໂຄສ ແລະຟຣັກໂທສໃນປະລິມານຫຼາຍ ເຊິ່ງເມື່ອດື່ມແລ້ວຈະເຮັດໃຫ້ສົດຊື່ນ ແລະໃນໝາກພ້າວຍັງສາມາດເອົາໄປປຸງອາຫານ ໃຊ້ໃນການຫຼຸດນໍ້າໜັກ ແລະເຂົ້າໜົມໄດ້ອີກຫຼາຍຢ່າງ

ຜົນການສຶກສາຍັງພົບອີກວ່າ ໃນໝາກພ້າວ ມີໂປແຕສຊຽມສູງ 38.2-53.7 ມິນລີກຣາມ ຕໍ່ 1​ ລິດ ແລະມີໂຊດຽມ ຄໍຣີນ ແລະPo4 ມີປະລິມານໜ້ອຍ ຢູ່ໃນໝາກພ້າວອ່ອນ, ນໍ້າໝາກພ້າວອຸດົມດ້ວຍ ກລູໂຄສ ແລະຟຣັກໂທສ, ໃນໝາກພ້າວອ່ອນມີໄຂມັນໜ້ອຍ ໃນປະລິມານ 100​ ມິນລີລິດ ມີ 0.084 ກຣາມ ແຕ່ໃນໝາກພ້າວແກ່ ຈະມີໄຂມັນຫຼາຍກວ່າ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ອົບພະຍົບເຂົ້າອາເມຣິກາແບບຜິດກົດໝາຍ ໃຫ້ກັບຄືນສູ່ປະເທດ

ໂດໂນ ທຣໍາ ເຊັນຄໍາສັ່ງສົ່ງຜູ້ເຂົ້າປະເທດແບບຜິດກົດໝາຍ ໃນນີ້ມີຄົນສັນຊາດລາວ 4,850 ຄົນ.ຈາກການອອກມາເປີດເຜີຍ ແລະ ບົດລາຍງານເດືອນພະຈິກ ຂອງສຳນັກງານກວດຄົນເຂົ້າເມືອງ ຂອງສະຫະລັດ (ICE) ໄດ້ລະບຸວ່າ: ຄົນລາວຫຼາຍກວ່າ 4,000...

ຈັບໄດ້ໄລ່ທັນ ຊົມເຊີຍເຈົ້າໜ້າທີ່ຈັບໂຈນກໍ່ເຫດລັກສາຍໄຟ ພາຍໃນ 1 ຊົ່ວໂມງ

ຈາກກໍລະນີຊາຍກໍ່ເຫດ ລັກສາຍໄຟ ທີ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນຕອນເຊົ້າເວລາປະມານ 9:00 ນາທີ ຂອງວັນທີ 30 ມັງກອນ 2025, ພາຍໃນ 1...

ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ...

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ

ພົບກ່ອງດຳເຮືອບິນໂດຍສານສະຫະລັດ ທີ່ປະສົບອຸບັດຕິເຫດຕຳກັນກາງອາກາດກັບ ເຮລິຄອບເຕີ ກ່ອນຈະຕົກລົງໃນແມ່ນ້ຳ ທີ່ນະຄອນຫຼວງວໍຊິງຕັນ ເຈົ້າໜ້າທີ່ຜູ້ຊ່ຽວຊານນຳໄປກວດສອບແລ້ວ ເພື່ອຫາເບາະແສກ່ຽວກັບຂໍ້ຜິດພາດທີ່ອາດຈະເກີດຂຶ້ນ ຄາດວ່າຜູ້ໂດຍສານທີ່ຢູ່ເທິງເຮືອບິນ ແລະ ເຮລິຄອບເຕີ ລວມ 67 ຄົນ ໜ້າຈະເສຍຊີວິດທັງໝົດ. ສຳນັກຂ່າວຕ່າງປະເທດລາຍງານ...