spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກພິລາ ຊ່ວຍບຳລຸງຫົວໃຈ

ໝາກພິລາ ຊ່ວຍບຳລຸງຫົວໃຈ

Published on

ໝາກພິລາ ເປັນໝາກໄມ້ຊະນິດໜຶ່ງທີ່ມີວິຕາມິນ ແລະແຮ່ທາດເພື່ອບຳລຸງສຸຂະພາບ ເຊິ່ງໝາກພິລານັ້ນ ເປັນໝາກໄມ້ທີ່ມີລົດຊາດຫວານອອກສົ້ມ, ມີວິຕາມິນຊີສູງ ແລະຍັງປະກອບດ້ວຍເກືອແຮ່ຕ່າໆ ທີ່ມີປະໂຫຍດຕໍ່ຮ່າງກາຍ ຈຶ່ງຊ່ວຍຕ້ານອະນຸມູນອິດສະລະໄດ້ເປັນຢ່າງດີ ແລະຍັງມີສັບພະຄຸນເປັນຢາປິ່ນປົວພະຍາດໄດ້ອີກເຊັ່ນ: ບັນເທົາອາການເປັນພະຍາດຫົວໃຈ, ປິ່ນປົວຄວາມດັນເລືອດ, ຊ່ວຍຫຼຸດພາວະການແຂງຕົວຂອງເລືອດ, ນອກນັ້ນ ຍັງມີສັບພະຄຸນດັ່ງນີ້

  1. ຊ່ວຍບຳລຸງຜິວໃຫ້ສົດໃສ
  2. ຊ່ວຍຕໍ່ຕ້ານອະນຸມູນອິດສະລະໃນຮ່າງກາຍ ແລະຊ່ວຍຢັບຢັ້ງການແກ່ກ່ອນໄວ
  3. ຊ່ວຍໃຫ້ຜິວໜ້າເຕັ່ງຕຶງ ດ້ວຍການເອົານໍ້າໝາກພິລາມາ 1​ ບ່ວງຊາມາທາໜ້າປະໄວ້ 10 ນາທີແລ້ວລ້າງອອກ
  4. ຊ່ວຍເພີ່ມຄວາມສົດຊື່ນ, ຄາຍຮ້ອນໄດ້ເປັນຢ່າງດີ
  5. ຊ່ວຍລະງັບກິ່ນປາກໄດ້
  6. ຊ່ວຍເພີ່ມພູມຄຸ້ມກັນໃຫ້ແຂງແຮງ ບັນເທົາຫວັດ
  7. ຊ່ວຍປ້ອງກັນຜິວຈາກແສງແດດ
  8. ມີວິຕາມິນຊີສູງ ແລະຍັງມີວິຕາມິນເອ, ອີ ແລະກົດໂຟລິກອີກ
  9. ຊ່ວຍບັນເທົາອາການແພ້ທ້ອງກັບຜູ້ຍິງຖືພາ
  10. ຊ່ວຍປັບໂຮໂມນແມ່ຍິງໄວໝົດປະຈຳເດືອນ
  11. ຊ່ວຍປ້ອງກັນພະຍາດຄວາມຈຳເສື່ອມ
  12. ຊ່ວຍບຳລຸງສາຍຕາ ແລະຕັບໃຫ້ແຂງແຮງ
  13. ຊ່ວຍບັນເທົາອາການຂອງໂຣກຫົວໃຈ ໃຫ້ສຸຂະພາບຫົວໃຈດີຍິ່ງຂຶ້ນ
  14. ຊ່ວຍປ້ອງກັນເລືອດອອກຕາມແຂ້ວ
  15. ຊ່ວຍແກ້ອການລົງຂາວ, ຕົກເລືອດ
  16. ຊ່ວຍບຳລຸງ ແລະຕ້ານການເສື່ອມສະພາບທາງເພດ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...