ສູດລ້າງໄຂມັນສະສົມໃນລຳໄສ້ ດ້ວຍວິທີງ່າຍໆ

0
2237

ສຸຂະພາບຮ່າງກາຍເປັນເລື່ອງສຳຄັນ ຕ້ອງດູແລເບິ່ງແຍງສຸຂະພາບຕົວເອງ ເພື່ອເຮັດໃຫ້ສຸຂະພາບມີຄວາມສົມບູນ, ແຂງແຮງ, ຖ້າມີໄຂມັນໃນລຳໄສ້ຫຼາຍ ຈະເຮັດໃຫ້ການເຮັດວຽກຂອງລຳໄສ້ບໍ່ໄດ້ດີເທົ່າທີ່ຄວນ ແລະກໍ່ເຮັດໃຫ້ເກີດພະຍາດຕ່າງໆໄດ້.

ສ່ວນປະສົມ:

  • ນົມຈືດ ຫຼືນົມໄຂມັນຕໍ່າ 1 ປ໋ອງ ຂະໜາດ 250 ມິນລີລິດ
  • ໂຢເກິດລົດຈືດ ເຄິ່ງຈອກ
  • ນໍ້າເຜິ້ງ 1 ບ່ວງແກງ
  • ໝາກນາວ 1 ໜ່ວຍ

ວິທີເຮັດ:

ເອົາສ່ວນປະສົມທັງໝົດປະສົມໃຫ້ເຂົ້າກັນ ຊີມລົດຊາດໄດ້ຕາມເຮົາມັກ ແລ້ວປະໄວ້ 15-30 ນາທີ ເພື່ອໃຫ້ຈຸລິນຊີເຮັດວຽກແລະຕ້ອງດື່ມໃນຕອນເຊົ້າ ກ່ອນອາຫານໃຫ້ໝົດ, ຈາກນັ້ນຄວນດື່ມນໍ້າ 1-2 ຈອກນຳຫຼັງຈະເຫັນຜົນດີທີ່ສຸດ

ການດື່ມລ້າງໄຂມັນໃນລຳໄສ້ ກິນມື້ທຳອິດ ຈະເຫັນວ່າອຸດຈະລະຈະເປັນສີດຳ ແລະກະເພາະເຮັດວຽກໄດ້ດີຫຼາຍ, ໄລຍະຕໍ່ມາເມື່ອລຳໄສ້ ແລະກະເພາະອາຫານໃນຮ່າງກາຍປັບຕົວໄດ້ກັບອາຫານທີ່ກິນແລ້ວ ຈະເຂົ້າສູ່ພາວະປົກກະຕິ ແຕ່ຕໍ່ມາຈະມີຄວາມຮູ້ສຶກວ່າ ໜ້າທ້ອງກໍຫຼຸດລົງ ເພາະຈຸລິນຊີໃນໂຢເກິດ ເຮັດໃຫ້ລຳໄສ້ເຮັດວຽກໄດ້ດີ ບໍ່ເຮັດໃຫ້ລຳໄສ້ໃຫຍ່ ຄວນກິນທຸກເຊົ້າຕິດຕໍ່ກັນທຸກວັນຈະດີທີ່ສຸດ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!