spot_img
Homeຂ່າວເຫດການລັດ ອະນຸຍາດໃຫ້ເອກະຊົນສຶກສາ ເຂື່ອນໄຟຟ້ານ້ຳຕົກເຊບັ້ງຫຽງ 1

ລັດ ອະນຸຍາດໃຫ້ເອກະຊົນສຶກສາ ເຂື່ອນໄຟຟ້ານ້ຳຕົກເຊບັ້ງຫຽງ 1

Published on

 ລັດຖະບານ​ແຫ່ງ ສປປ ລາວໄດ້ຕົກລົງອະນຸຍາດໃຫ້ບໍລິສັດ Power Holding Public co.ltd ຫລື TPC ຈາກປະເທດ​​​ໄທ ເຂົ້າມາສຶກສາຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ເຊບັ້ງຫຽງ 1 ຢູ່ແຂວງສະຫວັນນະເຂດເປັນເວລາ 18 ​ເດືອນ ພາຍຫລັງສໍາຫລວດແລ້ວຈຶ່ງຈະເລີ່ມລົງມືກໍ່ສ້າງ,  ເຊິ່ງໂຄງການດັ່ງກ່າວ ຈະເປັນລັກສະນະແບບຝາຍນ້ຳລົ້ນ, ຄາດວ່າກໍາລັງການ​ຕິດ​ຕັ້ງປະມານ 30-50 MW ມູນຄ່າການລົງທຶນປະມານ 3 ຕື້​ບາດ​ແລະ ຈະ​​ເລີ່ມລົງສໍາຫລວດປະມານ ທ້າຍເດືອນກຸມພາ 2017 ນີ້.

ພິທີ​​ເຊັນບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 2 ກຸມພາ 2017 ນີ້ຢູ່ກະຊວງແຜນການແລະ ການລົງທຶນ ລະຫວ່າງ ທ່ານຄໍາລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການແລະ ການລົງທຶນແລະ ທ່ານ ນາງ ກະນົກທິບ ຈັນ​ພະລັງສີ ປະທານກໍາມະການບໍລິຫານບໍລິສັດ Power Holding Public co.ltd ມີທ່ານ ສິນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານແລະ ບໍ່ແຮ່, ມີບັນດາຫົວໜ້າກົມ, ຮອງກົມແລະຫົວໜ້າພະແນ, ຮອງພະແນກການກ່ຽວຂ້ອງ ຈາກແຂວງສະຫວັວນນະເຂດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າ​​​ຮ່ວມເປັນສັກຂີພິຍານ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...