Homeນານາສາລະວິທີກຳຈັດສິວສ້ຽນ ສິວຫົວດຳແບບໄດ້ງ່າຍໆ ແຕ່ໄດ້ຜົນເກີນຄາດ

ວິທີກຳຈັດສິວສ້ຽນ ສິວຫົວດຳແບບໄດ້ງ່າຍໆ ແຕ່ໄດ້ຜົນເກີນຄາດ

Published on

ຫຼາຍຄົນ ອາດມີບັນຫາເລື່ອງສິວສ້ຽນ ຫຼືສິວຫົວດຳ ໂດຍສະເພາະບໍລິເວນດັງ ເຊິ່ງມີລັກສະນະເປັນສິວຫົວດຳນ້ອຍໆ ເກີດຈາກເຊວທີ່ຕາຍແລ້ວ ແລະໄຂມັນ ມາປະສຳຜັດກັບອົກຊີ ກໍຈະເປັນສິວຫົວດຳ, ຖ້າເຮົາໄປຂັດ ໄປບີບແຮງໆ ກໍຈະເກີດການລະຄາຍເຄືອງກາຍເປັນສິວອັກເສບໄດ້

ການກະກຽມ:

ໄຂ່ໄກ່ 1 ໜ່ວຍ ແຍກເອົາສະເພາະໄຂ່ຂາວ,  ເຈ້ຍທິດຊູ່ ຫຼືເຈ້ຍເຊັດໜ້າມັນ

ວິທີເຮັດ:

  • ລ້າງໜ້າໃຫ້ສະອາດ ເອົາໄຂ່ໄກ່ທີ່ແຍກໄວ້ມາທາບາງໆ ທົ່ວບໍລິເວນທີ່ຈະລອກສິວຫົວດຳ
  • ທາໄຂ່ໄກ່ແລ້ວ ເອົາເຈ້ຍທິດຊູ່ ຫຼືເຈ້ຍເຊັດໜ້າມັນ ມາແປະບໍລິເວນທີ່ທາໄຂ່ ແລ້ວບີບຄ່ອຍໆ
  • ປະໄວ້ບຶດໜຶ່ງແລ້ວ ທາໄຂ່ອີກຄັ້ງ ເຮັດແບບນີ້ 3-4 ເທື່ອ
  • ປະໄວ້ໃຫ້ທິດຊູ່ແຫ້ງ ແລ້ວຈຶ່ງລອກອອກ ສິວຫົວດຳຈະອອກມານໍາກະດາດທິດຊູ່
  • ລ້າງໜ້າໃຫ້ສະອາດອີກຄັ້ງ ແລ້ວທາຄີມບຳລຸງຜິວປົກກະຕິ

ໃຜທີ່ມີບັນຫາເລື່ອງສິວສ້ຽນ, ສິວຫົວດຳ ພຽງແຕ່ປະຕິບັດຕາມຂັ້ນຕອນຂ້າງເທິງນັ້ນ ກໍສາມາດກຳຈັດສິວສ້ຽນ ໃຫ້ອອກຈາກໃບໜ້າ ແລະເຮັດໃຫ້ໃບໜ້າຂາວສົດໃສຂຶ້ນອີກ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...