spot_img
Homeຂ່າວທ້ອງຖິ່ນເຈົ້າເມືອງຈຳປາສັກເຜີຍ ບຸນວັດພູປີນີ້ ຈະບໍ່ໄດ້ເສຍຄ່າເຂົ້າຊົມ 3 ວັນ

ເຈົ້າເມືອງຈຳປາສັກເຜີຍ ບຸນວັດພູປີນີ້ ຈະບໍ່ໄດ້ເສຍຄ່າເຂົ້າຊົມ 3 ວັນ

Published on

ຂປລ. ທ່ານ ຄຳຕັນ ຊົມພັນດອນ ເຈົ້າເມືອງຈຳປາສັກ ​ໄດ້​ໃຫ້​ສຳພາດຕໍ່​ສື່​ມວນ​ຊົນ​ ໃນ​ວັນ​ທີ 1 ກຸມພາ 2017 ນີ້​ວ່າ ງານ​ບຸນ​ນະມັດສະການ ​ຜາສາດຫີນ​ວັດ​ພູ​ຈຳປາ​ສັກ ປະຈຳ​ປີ 2017 ນີ້ ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະ​ບໍ່​ໄດ້​ເສຍ​ຄ່າ​ເຂົ້າ​ຊົມ​ວັດ​ພູ ລະຫວ່າງ​ວັນ​ທີ 9-11 ກຸມພານີ້ ​ແຕ່ຈະ​ເກັບ​ຄ່າ​ຝາກ​ລົດ ​ໃນ​ນັ້ນ ​​ຄ່າ​ຝາກ​ລົດ ສຳລັບ​ລົດ​ໃຫຍ່​ແມ່ນ 60 ພັນ​ກີບ/ຄັນ ​ແລະ ລົດຈັກ 20 ພັນ​ກີບ/ຄັນ.

ງານບຸນ​ນະມັດສະການ ​ຜາສາດຫີນ​ວັດ​ພູ​ຈຳປາ​ສັກ ຈະ​ຈັດຂຶ້ນ​​ລະຫວ່າງ​ວັນ​ທີ 8-11 ກຸມພາ​ນີ້ ສຳລັບ​ວັນ​ທີ 9 ກຸມພາ ​ເປັນ​ມື້​ເປີດ​ງານ​ຢ່າງ​ເປັນ​ທາງ​ການ ​ແຕ່​ສຳລັບ​ປີ​ນີ້ ​ແມ່ນ​ຈະ​ບໍ່​ມີ​ຂະ​ບວນ​ແຫ່​ຄື​ປີຜ່ານມາ, ສຳລັບ​ວັນທີ 11 ເປັນມື້ໃສ່ບາດ, ຕອນແລງຈະມີພິທີວຽນທຽນ ແລະ ການຄົບງັນຕາມປະເພນີ.ນອກຈາກ​ນີ້ ຍັງ​ຈະ​ມີການສະ​ແດງ​ສີ​ລະປະ​ວັນນະຄະດີພື້ນ​ເມືອງ ​ແລະ ​ເປີດ​ຕະຫລາດນັດ​ວາງສະ​ແດງ​ສິນຄ້າ​ຕ່າງໆ ຈາກ​ບັນດາ​ເມືອງ, ​ແຂວງ ​ແລະ ບັນດາ​ບໍລິສັດ, ຫ້າງ​ຮ້ານ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ ເຊິ່ງສິນຄ້າຫລັກແມ່ນເຄື່ອງຫັດຖະກຳ ແລະ ສິນຄ້າທີ່ເປັນເອກະລັກ ຂອງບັນດາເມືອງຕ່າງໆ ພາຍ​ໃນ​ແຂວງ​ຈຳປາ​ສັກ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...