spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ວິທີກິນອາຫານແລງແບບບໍ່ໃຫ້ຕຸ້ຍ

5 ວິທີກິນອາຫານແລງແບບບໍ່ໃຫ້ຕຸ້ຍ

Published on

ຫຼາຍຄົນມີຄວາມເຊື່ອວ່າ ການອົດອາຫານແລງ ແລ້ວນໍ້າໜັກຈະຫຼຸດລົງ ນັ້ນຄືການຫຼຸດນໍ້າໜັກແບບຜິດໆ ແລະຕຕອນແລງ ເປັນມື້ທີ່ສາວໆ ຢ້ານຕຸ້ຍຫຼາຍທີ່ສຸດ, ມື້ນີ້ ລາວໂພສຕ໌ ມີເທັກນິກການກິນອາຫານແລງ ແບບບໍ່ຕຸ້ນມາຝາກກັນ

  1. ຄວນອາຫານແລງ: ຫຼາຍຄົນມັກຫຼຸດນໍ້າໜັກ ດ້ວຍການບໍ່ກິນອາຫານແລງ ເຊິ່ງບໍ່ຄວນເຮັດ ເພາະນອກຈາກເຮັດໃຫ້ເຮົາຢາກອາຫານແລ້ວ ຍັງບໍ່ເຮັດໃຫ້ນໍ້າໜັກຫຼຸດລົງ ເພາະວ່າ ເມື່ອຮອດເວລາກິນເຂົ້າ ຮ່າງກາຍຈະຫຼັ່ງກົດອອກມາເພື່ອຍ່ອຍອາຫານ, ດັ່ງນັ້ນ ເມື່ອບໍ່ມີອາຫານໃນກະເພາະ ນໍ້າຍ່ອຍກໍຈະກັດກະເພາະແທນ ເຮົາຈຶ່ງຄວນກິນອາຫານແຕ່ຄວນກິນໜ້ອຍ ເລືອກກິນອາຫານທີ່ເບົາໆທ້ອງ ຫຼືອາຫານທີ່ໃຫ້ພະລັງງານໜ້ອຍທີ່ສຸດຈະດີກວ່າ
  2. ກິນເຂົ້າແລງແລ້ວ ບໍ່ຄວນອອກກຳລັງກາຍຕໍ່ທັນທີ: ບາງຄົນຢ້ານຕຸ້ຍ ຫຼັງຈາກກິນອາຫານແລ້ວ ຈະອອກກຳລັງກາຍທັນທີ ເຊິ່ງບໍ່ຄວນເຮັດ ຖ້າເຮົາກິນອາຫານພາຍໃນເວລາ 1-2 ຊົ່ວໂມງ ແລ້ວໄປອອກກຳລັງກາຍ ອາດເຮັດໃຫ້ເກີດອາການຈຸກທ້ອງ ຖ້າເປັນໄປໄດ້ຄວນຍ່າງ ເພາະເວລາເຮົາຍ່າງລຳໄສ້ຈະມີການຂະຫຍັບຕົວ ອາຫານຈະຍ່ອຍງ່າຍ ແລະຍັງເປັນການໃຫ້ພະລັັງງານໄປໃນຕົວ
  3. ຫຼັງກິນອາຫານແລງບໍ່ຄວນອາບນໍ້າທັນທີ: ເພາະເມື່ອເຮົາກິນອາຫານແລ້ວ ອາຫານກຳລັງຍ່ອຍ ກະເພາະຕ້ອງເຮັດວຽກ ເລືອດຕ້ອງຖືກໄປຫຼໍ່ລ້ຽງກະເພາະ ເພື່ອຊ່ວຍໃນການຍ່ອຍ ຖ້າເຮົາໄປອາບນໍ້າທັນທີຫຼັງກິນອາຫານ ຈະເຮັດໃຫ້ເລືອດສົ່ງໄປຫາກະເພາະໜ້ອຍ ເພາະເລືອດສົ່ງໄປຫາຜິວໜັງຫຼາຍກວ່າ ແລະເຮັດໃຫ້ລະບົບການຍ່ອຍອາຫານເຮັດວຽກໄດ້ບໍ່ເຕັມທີ່ ທ້ອງຈະອືດ, ແໜ້ນທ້ອງ ຈຶ່ງຄວນເວັ້ນຢ່າງໜ້ອຍ 30 ນາທີ
  4. ຄວນເລືອກກິນອາຫານປະເພດຜັກ ແລະໝາກໄມ້:ແຕ່ບໍ່ຄວນເລືອກກິນຜັກທີ່ມີກົດ ເພາະຂະນະທ້ອງວ່າງຮ່າງກາຍ ຈະມີກົດຫຼາຍຢູ່ແລ້ວ ແລະຫຼີກລຽງການກິນຜັກ ຫຼືໝາກໄມ້ດິບໃນຂະນະທີ່ທ້ອງວ່າງ ເພາະຈະເຮັດໃຫ້ທ້ອງອືດ ແລະຄວນກິນຜັກສຸກເຊັ່ນ: ຜັກລວກ, ຜັກຕົ້ມ, ແກງຈືດ
  5. ອາຫານແລງທີ່ຄວນຫຼີກລຽງ: ອາຫານທີ່ຍ່ອຍຍາກເຊັ່ນ: ອາຫານມັນ, ອາຫານທອດ, ຊີ້ນສັດຕິດມັນ, ອາຫານທີ່ມີຄໍເລດເຕີລໍສູງ ຖ້າຕ້ອງການກິນຄວນກິນໃນປະລິມານທີ່ເລັກໜ້ອຍ, ອາຫານທີ່ເປັນກົດຫຼາຍ ເພາະອາດເຮັດໃຫ້ເກີດພາວະກົດກັບໄປຫາຫຼອດອາຫານ, ສຳລັບ ຜູ້ໃຫຍ່ ແນະນຳວ່າອາຫານຕອນແລງ ຄວນເປັນອາຫານຍ່ອຍງ່າຍ ມີໂປຣຕີນສູງ, ມີຄາໂບໄຮເດດເລັກໜ້ອຍ

ຂອບໃຈຂໍ້ມູນຈາກ: http://www.sciencere.com/2017/01/5_3.html

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...