ຜັກຫອມເປ ມີວິຕາມິນ ແລະແຮ່ທາດຫຼາຍຢ່າງທີ່ສຳຄັນກັບຮ່າງກາຍ, ນອກຈາກນັ້ນ ຍັງມີສັບພະຄຸນທາງຢາຊ່ວຍປິ່ນປົວພະຍາດ ແລະຊ່ວຍບຳລຸງສ່ວນຕ່າງໆຂອງຮ່າງກາຍດັ່ງນີ້
- ມີສານຕ້ານອະນຸມູນອິດສະລະສູງ ເຊິ່ງຊ່ວຍຢັບຢັ້ງການເສື່ອມຂອງເຊວຕ່າງໆໃນຮ່າກາຍ
- ຊ່ວຍບຳລຸງກະດູກ ແລະແຂ້ວໃຫ້ແຂງແຮງ
- ຊ່ວຍຢັບຢັ້ງການຂະຫຍາຍຕົວຂອງເຊວມະເຮັງ ຊ່ວຍປ້ອງກັນການເກີດພະຍາດມະເຮັງ
- ຊ່ວຍຫຼຸດລະດັບຄວາມດັນເລືອດສູງ
- ຊ່ວຍເຮັດໃຫ້ຕ່ອມໄທຣອຍເຮັດວຽກໄດ້ຢ່າງປົກກະຕິ
- ຊ່ວຍບໍາລຸງຜິວ, ເສັ້ນຜົມ ແລະເລັບໃຫ້ແຂງແຮງ
- ຊ່ວຍຮັກສາຄວາມສົມດູນຂອງຮ່າງກາຍໄດ້ເປັນຢ່າງດີ ດ້ວຍການເອົາໃບມາເຮັດເປັນຊາກິນມື້ລະ 3 ຈອກ
- ຊ່ວຍບັນເທົາອາການເຈັບຫົວ
- ຊ່ວຍຂັບເຫື່ອໄດ້ດີ
- ຊ່ວຍກິນແກ້ອາການເປັນຫວັດ
- ຊ່ວຍແກ້ໄຂ້ມາເລເລຍ ດ້ວຍການໃຊ້ຕົ້ນມາຕົ້ມກັບນໍ້າແລ້ວດື່ມ
- ຊ່ວຍແກ້ອາການທ້ອງອືດ, ຊ່ວຍລະບາຍທ້ອງ ດ້ວຍການດື່ມນໍ້າຕົ້ມໃບຜັກຫອມເປ
- ຊ່ວຍຂັບນໍ້າປັດສະວະ ດ້ວຍການດື່ມນໍ້າຕົ້ມຮາກ
- ຊ່ວຍແກ້ພິດງູ ດ້ວຍການເອົາຕົ້ນມາຕຳ ແລ້ວເອົາໄປພອກບໍລິເວນທີ່ຖືກງູກັດ
- ຊ່ວຍປິ່ນປົວບາດແຜຊໍ້າເຮື້ອ ດ້ວຍການໃຊ້ໃບມາຕຳ ແລ້ວພອກບໍລິເວນທີ່ເປັນບາດແຜ
- ໃບຊ່ວຍໃຫ້ບາດແຜສົດ ເລືອດຢຸດໄຫຼໄວ
- ຊ່ວຍດັບກິ່ນຄາວຂອງອາຫານ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!
ifram FB ວິທະຍາສຶກສາ