spot_img
Homeນານາສາລະຢາກມີສຸຂະພາບດີ ຕ້ອງໝັ່ນກິນຜັກ ແລະໝາກໄມ້ 10 ຊະນິດນີ້

ຢາກມີສຸຂະພາບດີ ຕ້ອງໝັ່ນກິນຜັກ ແລະໝາກໄມ້ 10 ຊະນິດນີ້

Published on

ຢາກມີສຸຂະພາບດີ ບໍ່ມີພະຍາດໂລຄາ ຕ້ອງໝັ່ນກິນຜັກ ແລະໝາກໄມ້ ທັງ 10 ຊະນິດນີ້ ເພາະຊ່ວຍຕ້ານພະຍາດຕ່າງໆໄດ້ດີ ແລະຄວນຊອກຫາມາປູກໄວ້ໃນເຮືອນ ເພື່ອເວລາເຮົາຢາກກິນຈະສະດວກງ່າຍຍິ່ງຂຶ້ນ

  1. ຜັກກາດຂາວ: ຊ່ວຍລະບົບຍ່ອຍອາຫານ, ຂັບນໍ້າປັດສະວະ, ແກ້ໄອ, ມີໂຟເລັກສູງ, ຊ່ວຍບຳລຸງແມ່ຍິງຖືພາ
  2. ຜັກຫອມບົ່ວ: ມີນໍ້າມັນຫອມລະເຫີຍ ຊ່ວຍບັນເທົາອາການເປັນຫວັັດ ແລະມີສານຟລາໂລນອຍ ຊ່ວຍຕ້ານມະເຮັງ
  3. ຫົວຫອມບົ່ວໃຫຍ່: ຊ່ວຍຫຼຸດອາການຂອງພະຍາດຫົວໃຈ​, ຄວບຄຸມລະດັບນໍ້າຕານໃນເລືອດ
  4. ຜັກກາດນາ: ມີແຄວຊຽມ ແລະສານຕ້ານອະນຸມູນອິດສະລະ ປ້ອງກັນພະຍາດກະດູກຜ່ອຍ ແລະມະເຮັງ
  5. ຜັກຕຳນິນ: ມີວິຕາມິນເອສູງ ດີຕໍ່ຕາ, ພ້ອມມີເສັ້ນໃຍ ຊ່ວຍຫຼຸດຄວາມສ່ຽງການເກີດພະຍາດມະເຮັງໃນກະເພາະ
  6. ໝາກຮະ: ມີແຄວຊຽມ, ຟອສຟໍຣັດ ເປັນຢາລະບາຍອ່ອນໆ, ຖ້າເອົາມາຄັ້ນເອົານໍ້າ ຈະຊ່ວຍຫຼຸດນໍ້າຕານໃນເລືອດ
  7. ຜັກໜອກ: ມີວິຕາມິນບີສູງ ຊ່ວຍໃຫ້ຮ່າງກາຍຜ່ອນຄາຍ ບຳລຸງປະສາດ ແລະສະໝອງ, ບຳລຸງຜິວ, ຫຼຸດອາການອັກເສບ
  8. ຜັກຄະ: ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ, ຂັບລົມໃນລຳໄສ້ ມີເສັ້ນໃຍສູງ
  9. ໝາກຖົ່ວພູ:​ມີໂປຣຕີນ ແລະແຄວຊຽມ ຟອສຟໍຣັດ ແລະສານຊ່ວຍຍ່ອຍກົດໄຂມັນອິ່ມຕົວ
  10. ຜັກຫອມປ້ອມ: ຊ່ວຍຂັບລົມບຳລຸງທາດ, ຍ່ອຍອາຫານ, ມີນໍ້າມັນຫອມລະເຫີຍ ແກ້ເປັນຫວັດ, ມີວິຕາມິນເອ ແລະຊີສູງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...