spot_img
Homeຂ່າວເຫດການກະຊວງ ຮສສ ກຽມສ້າງຫ້ອງການຫຼັງໃໝ່ຢູ່ດົງໝາກຄາຍ

ກະຊວງ ຮສສ ກຽມສ້າງຫ້ອງການຫຼັງໃໝ່ຢູ່ດົງໝາກຄາຍ

Published on

ພິທີວາງສີລາລຶກໂຄງການກໍ່ສ້າງອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່, ໄດ້ຈັດຂຶ້ນໃນວັນທີ 28 ມັງກອນ 2017 ຜ່ານມານີ້, ທີ່ບ້ານດົງໝາກຄາຍ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ.
ທ່ານລັດຖະມົນຕີກະຊວງແຮງງານ ກ່າວວ່າ: ປັດຈຸບັນອາຄານກະຊວງຫລັງເກົ່າມີຄວາມແອອັດຄັບແຄບ ແລະ ເກົ່າແກ່ຊຸດໂຊມ, ເນື່ອງຈາກສ້າງມາເປັນເວລາ 55 ປີແລ້ວ, ຈຶ່ງມີຄວາມຈຳເປັນຕ້ອງກໍ່ສ້າງອາຄານຫລັງໃໝ່ທີ່ທັນສະໄໝ ແລະ ກວ້າງຂວາງກວ່າເກົ່າ ເພື່ອຮອງຮັບກັບຄວາມຮຽກຮ້ອງຕ້ອງການ.

ອາຄານກະຊວງແຮງງານ ແລະ ສະຫວັດດີການສັງຄົມຫລັງໃໝ່ນີ້ສູງ 5 ຊັ້ນ, ມີເນື້ອ ທີ່ 4 ເຮັກຕາ, ລວມມູນຄ່າກໍ່ສ້າງປະມານ 97 ຕື້ກີບ, ໂດຍແມ່ນບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ບໍລິການຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງໃນກຳນົດເວລາ 24 ເດືອນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...