Homeນານາສາລະປະໂຫຍດ 8 ຢ່າງຂອງໝາກນັດ ທີ່ຫຼາຍຄົນອາດຍັງບໍ່ຮູ້

ປະໂຫຍດ 8 ຢ່າງຂອງໝາກນັດ ທີ່ຫຼາຍຄົນອາດຍັງບໍ່ຮູ້

Published on

ໝາກນັດ ເປັນໝາກໄມ້ທີ່ມີລົດຊາດສົ້ມຫວານ, ມີວິຕາມິນ ແລະແຮ່ທາດຫຼາຍຊະນິດທີ່ສຳຄັນກັບຮ່າງກາຍຂອງຄົນເຮົາ ແລະມີປະໂຫຍດຫຼາຍຢ່າງ ທີ່ຫຼາຍຄົນອາດຍັງບໍ່ຮູ້ມາກ່ອນ

  1. ໝາກນັດ ຊ່ວຍຍ່ອຍອາຫານ ໂດຍສະເພາະອາຫານຈຳພວກໂປຣຕີນ
  2. ບໍາລຸງຜິວໃຫ້ເປັ່ງປັ່ງສົດໃສ
  3. ອຸດົມດ້ວຍວິຕາມິນຊີ ຕ້ານການເປັນຫວັດ ເສີມສ້າງພູມຄຸ້ມກັນໃນຮ່າງກາຍ
  4. ຫຼຸດອາການທ້ອງຜູກ
  5. ຫຼຸດຂີ້ກະເທິໃນລຳຄໍ ສຳລັບຜູ້ທີ່ເປັນໄອ
  6. ຊ່ວຍໃຫ້ສຸຂະພາບປາກ, ແຂ້ວ ແລະເຫືອກໃຫ້ແຂງແຮງ
  7. ຫຼຸດຄວາມດັນເລືອດສູງ
  8. ຫຼຸດນໍ້າໜັກໄດ້ດີ

ເຖິງແມ່ນວ່າໝາກນັດຈະມີປະໂຫຍດຫຼາຍແບບນີ້ ແຕ່ຖ້າກິນໝາກນັດຫຼາຍໆ ກໍອາດເຮັດໃຫ້ແສບລີ້ນ, ດັ່ງນັ້ນຄວນກິນໃຫ້ພໍດີ ຫຼັງກິນອາຫານປະມານ 2-3 ປ່ຽງໃຫຍ່ ຫຼືບໍ່ເກີນ 1 ​ໜ່ວຍຕໍ່ມື້ ເທົ່ານີ້ກໍພຽງພໍແລ້ວ ຕໍ່ຄວາມຕ້ອງການຂອງຮ່າງກາຍແລ້ວ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...