ມີເມືອງໜື່ງຊື່ວ່າເມືອງ “ເປັງຈານ” ປົກຄອງໂດຍພະຍາອາທິດ, ພະອົງປາຖະໜາເອົາບຸດຍິງ, ຊາຍ ຜູ້ປະເສີດລົງມາເກີດນຳ. ຈາກນັ້ນພະອິນຈຶ່ງໄດ້ສົ່ງທ້າວ ສີທົນ ແລະ ນາງ ມະໂນລາ ລົງມາເກີດນຳ…ແຕ່ເມື່ອຮອດກາງທາງ ຖືກລົມພາຍຸພັດ, ເຂົາທັງສອງຈຶ່ງໄດ້ພັດພາກຈາກກັນ ໄປຕົກຢູ່ຄົນລະແຫ່ງຫົນ, ທ້າວສີທົນ ນັ້ນໄດ້ມາເກີດນຳ ພະຍາອາທິດ ຜູ້ປົກຄອງເມືອງເປັງຈານ, ສ່ວນນາງມະໂນລາ ໄດ້ໄປເກີດນຳ ພະຍາຫຼວງ ຜູ້ຄອງເມືອງໄກລາດ ຢູ່ພູເງີນ ເມື່ອທ້າວສີທົນ ໃຫຍ່ຂຶ້ນມາເປັນບ່າວ ກໍຄິດຢາກໄດ້ມະເຫສີມານອນຊ້ອນ. ຕໍ່ມາວັນຫນຶ່ງນາຍພານເນື້ອໄດ້ສັ່ງລາເມຍ ເພື່ອໄປທ່ຽວປ່າລ່າເນື້ອຢູ່ປ່າຫິມະພານ ພໍດີໄປເຫັນ ນາງມະໂນລາ ພ້ອມດ້ວຍ ນາງກິນນະລີທັງເຈັດ ລົງຫຼິ້ນນຳຢູ່ໜອງສະພັງແຫ່ງໜຶ່ງ, ນາຍພານກໍຄິດຢາກໄດ້ ຈຶ່ງເຮັດບ້ວງແລ້ວໄປຫ້າງໄວ້ຢູ່ແຄມໜອງແຫ່ງນັ້ນ, ນາງມະໂນລາ ໄປຖືກບ້ວງຂອງນາຍພານ, ນາຍພານຈຶ່ງເອົານາງມະໂນລາ ມາຖວາຍແກ່ທ້າວສີທົນ. ທ້າວສີທົນ ຈຶ່ງໄດ້ນາງມາເປັນມະເຫສີ ແລະຢູ່ຮ່ວມກັນຢ່າງມີຄວາມສຸກ.
ຫຼັງຈາກນັ້ນຕໍ່ມາ ບ້ານເມືອງໄດ້ເກີດມີສົງຄາມຮາວີ, ທ້າວສີທົນ ຈຶ່ງນຳລີພົນໂຍທາອອກຕໍ່ສູ້; ໃນເວລາທີ່ທ້າວອອກໄປຕໍ່ສູ້ນັ້ນ, ມີຄືນໜຶ່ງທີ່ພໍ່ຂອງທ້າວສີທົນ (ພະຍາອາທິດ) ຝັນຮ້າຍວ່າໄສ້ຂອງຕົນຟົ້ງອອກໄປທົ່ວເມືອງ ເມື່ອເອົາໝໍໂຫນມາທຳນາຍເບຶ່ງວ່າຢູ່ ເມືອງເປັງຈານ ຈະເກີດເຫດຮ້າຍ, ດັ່ງນັ້ນຈະຕ້ອງໄດ້ຂ້ານາງມະໂນລາ ຜູ້ເປັນລູກໃພ້ໄປບູຊາຜີຍັກຫຼວງ ແລ້ວຈຶ່ງຈະຫາຍເຄາະເຂັນໄດ້. ເມື່ອນາງມະໂນລາ ຮູ້ຂ່າວຄິດຢ້ານກົວຫຼາຍ ຈຶ່ງໄປຂໍຮ້ອງນຳແມ່ຍ່າ (ແມ່ຂອງທ້າວສີທົນ) ເພື່ອບິນໄປເມືອງໄກລາດ. ສ່ວນທ້າວສີທົນກໍມີເຫດເກີດຂື້ນ ຄືສາຍຄໍຂາດຕົກລົງເວລາກິນເຂົ້າ ແລະ ດອກໄມ້ທີ່ນາງມະໂນລາມອບໃຫ້ກ່ອນຈະອອກເດີນທາງ ກໍຫ່ຽວແຫ້ງລົງ.
ໃນເມື່ອສົງຄາມໄດ້ສິ້ນສຸດລົງ ທ້າວສີທົນກັບມາເມືອງເປັງຈານ ບໍ່ເຫັນມະເຫສີ ກໍເລີຍຮ້ອງໄຫ້ຂຶ້ນ. ຍ້ອນຄວາມຄິດຮອດຄິດເຖິງຫຼາຍ ທ້າວສີທົນຈຶ່ງຕັດສິນໃຈສັ່ງລາບິດາມານດາ ແລ້ວໄປນຳມະເຫສີ ໂດຍມີນາຍພານພ້ອມດ້ວຍໄພ່ພົນໃນເມືອງ ໄປສົ່ງທ້າວຮອດປ່າດົງແຫ່ງໜຶ່ງ.
ຫຼັງຈາກນັ້ນ, ທ້າວສີທົນໄດ້ຮັບການຊ່ວຍເຫຼືອຈາກພະລືສີ, ພະອິນແລະສັດອື່ນໆອີກ ໃນເວລາເດີນທາງ ທ້າວສີທົນພົບກັບອຸປະສັກນາໆປະການ ແຕ່ກໍຕໍ່ສູ້ຜ່ານຜ່າໄປຈົນໄດ້. ເວລາເດີນທາງຜ່ານໄປໄດ້ເຈັດກວ່າປີ ຈຶ່ງໄປຮອດເຂດຊານເມືອງໄກລາດ, ພໍດີມີນາງສະໜົມມາຕັກນຳໄປໃຫ້ນາງມະໂນລາອາບ. ທ້າວສີທົນຈຶ່ງສວຍໂອກາດ ເອົາແຫວນທີ່ນາງຝາກໄວ້ນຳພະລືສີຢູ່ກາງປ່າ ລັກປ່ອນລົງໃນເຕົ້ານ້ຳ. ເມື່ອນາງມະໂນລາເອົານ້ຳມາອາບ ແຫວນເລີຍສູບເຂົ້າໄປຢູ່ໃນນິ້ວມືຂອງນາງ, ນາງນຶກຢູ່ໃນໃຈວ່າຕ້ອງແມ່ນ ພະສາມີຂອງຕົນນຳມາຫາ ແລ້ວຈຶ່ງໄປລາຍງານໃຫ້ພະບິດາຮັບຊາບນຳ. ຫຼັງຈາກນັ້ນ ນາງກໍແຕ່ງໂພຊະນາອາຫານ, ເຄື່ອງນຸ່ງຂອງຖືຢ່າງຄົບຖ້ວນ ໃຫ້ຄົນເອົາໄປໃຫ້ທ້າວສີທົນ ຢູ່ໃນສາລາແຫ່ງນັ້ນ ແລ້ວກໍເຊີນທ້າວເຂົ້າໄປເມືອງໄກລາດ. ພະບິດາຂອງນາງມະໂນລາມາສືບຖາມຫາລາຍລະອຽດ ເມື່ອຊາບກົກປາຍສາເຫດແລ້ວກໍມອບ ນາງມະໂນລາຜູ້ເປັນລູກສາວ ໃຫ້ເປັນມະເຫສີຂອງທ້າວສີທົນຄືນຄືເກົ່າ. ຈາກນັ້ນທັງສອງຈຶ່ງຢູ່ຮ່ວມກັນຢ່າງມີຄວາມສຸກ ເມື່ອໝົດອາຍຸສັງຂານແລ້ວ ທັງສອງກໍໄດ້ຂຶ້ນສະເຫວີຍສຸກຢູ່ບົນສະຫວັນຊັ້ນຟ້າ.
ຂອບໃຈຂໍ້ມູນຈາກ: ບູຮານຄະດີ ແລະປະຫວັດສາດລາວ