spot_img
Homeຂ່າວທ້ອງຖິ່ນສະພາບອາກາດຈະໜາວເຢັນລົງອີກ 1-3 ອົງສາ

ສະພາບອາກາດຈະໜາວເຢັນລົງອີກ 1-3 ອົງສາ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 26-29 ມັງກອນນີ້, ມວນອາກາດໜາວເຢັນຈາກປະ ເທດ ຈີນ ຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງຫາແຮງ, ເຊິ່ງຈະເຮັດໃຫ້ອາກາດເຢັນລົງອີກ 1-3 ລົງສາ, ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງດ້ານຕາເວັນອອກ ແລະ ຈະມີຝົນຕົກໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະ ພູມຕ່ຳ ສຸດ 7-9 ອົງສາ ແລະ ສູງສຸດ 15-17 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ຈະເຮັດໃຫ້ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອ ກາດຢູ່ບາງທ້ອງ ຖິ່ນ, ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກກາງ: ອາກາດຈະໜາວເຢັນລົງຕື່ມອີກ, ໂດຍສະເພາະຢູ່ແຂວງໄຊສົມບູນ, ຫລັກຊາວ ແລະ ຈະມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳ ສຸດ 11-13 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງຕື່ມອີກ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມ ຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 26-28 ອົງສາ. ດັ່ງນັ້ນ,ປະຊາຊົນຜູ້ທີ່ອາໃສຢູ່ ຂອບ ເຂດດັ່ງກ່າວ ຈົ່ງມີສະຕິຮັກສາສຸຂະພາບ ແລະ ນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ,ໂດຍສະເພາະເດັກນ້ອຍ ແລະ ຜູ້ອາຍຸສູງ, ພ້ອມນີ້ ກໍໃຫ້ມີສະຕິຕໍ່ສະພາບລົມພັດແຮງທີ່ອາດຈະເກີດຂຶ້ນໃນໄລຍະດັ່ງກ່າວ ແລະ ຕິດຕາມຂ່າວອາ ກາດ ເປັນປະຈຳ, ຜູ້ຈະເດີນທາງໄປເຂດພາກເໜືອ, ຈົ່ງລະມັດ ລະວັງໃນການຂັບຂີ່ເພາະມີໝອກໝາຈະເຮັດໃຫ້ການເບິ່ງແໜມເສັ້ນທາງໄດ້ຢາກ, ພ້ອມເປັນເຂດພູສູງເສັ້ນທາງຄົດລ້ຽວອາດສົ່ງຜົນໃຫ້ເກີດອຸປະຕິເຫດໄດ້ງ່າຍ.

 

ແຫລ່ງຂ່າວຈາກ: ໜັງສືພິມພັດທະນາລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...