Home​ຂ່າວບັນເທິງຜູ້ບໍລິຫານໂທລະພາບລາວສະຕາຣ໌ ປະກາດ "ກູ້ ລາວສະຕາຣ໌" ປັດຈຸບັນບໍ່ມີຄວາມກ່ຽວພັນກັບທາງຊ່ອງ

ຜູ້ບໍລິຫານໂທລະພາບລາວສະຕາຣ໌ ປະກາດ “ກູ້ ລາວສະຕາຣ໌” ປັດຈຸບັນບໍ່ມີຄວາມກ່ຽວພັນກັບທາງຊ່ອງ

Published on

ຊັອກວົງການບັນເທີງລາວ! ເມື່ອເຟສບຸກ ລາວສະຕຣາ ທີວີ ລາຍງານເມື່ອວັນທີ 25 ມັງກອນ 2017 ວ່າ. ທ່ານ ສຸລະເພັດ ແກ້ວວຽງຄຳ ປະທານບໍລິຫານຜູ້ກໍ່ຕັ້ງສະຖານີໂທລະພາບລາວສະຕາຣ໌ ໄດ້ອອກມາປະກາດຈີ້ແຈງກ່ຽວກັບຄວາມສຳພັນຂອງທາງຊ່ອງກັບ ຄົນດັງໃນວົງການບັນເທີງຂອງບ້ານເຮົາ ຢ່າງ ທ່ານ ທະນູສອນ ແກ້ວວຽງຄຳ ຫຼື ກູ້ ລາວສະຕາຣ໌ ໃຫ້ສັງຄົມໄດ້ຮັບຮູ້ທົ່ວກັນ.

ກາຍເປັນກະແສຮືຮາໃນໂລກໂຊຊຽວຂຶ້ນມາທັງທີ ຫຼັງຈາກທີ່ທາງ ເຟສບຸກ ລາວສະຕາຣ໌ ທີວີ ໄດ້ອອກມາໂພສຕ໌ ແຈ້ງການ ກ່ຽວກັບຄວາມສຳພັນຂອງທາງຊ່ອງ ກັບຄົນດັງໃນວົງການບັນເທີງຂອງບ້ານເຮົາ ຢ່າງ ທ່ານ ທະນູສອນ ແກ້ວວຽງຄຳ ຫຼື ກູ້ ລາວສະຕາຣ໌ ທີ່ຫຼາຍຄົນຮູ້ຈັກກັນດີ ວ່າເປັນບຸກຄົນທີ່ບົດບາດ ມີອິດທິພົນຫຼາຍໃນວົງການບັນເທີງບ້ານເຮົາ ວ່າ “ປັດຈຸບັນ ທ່ານ ທະນູສອນ ແກ້ວວຽງຄຳ ຫຼື ກູ້ ລາວສະຕາຣ໌ ເຊິ່ງປະຈຸບັນຜູ້ກ່ຽວບໍ່ໄດ້ປະຕິບັດໜ້າທີ່ຢູ່ໂທລະພາບລາວສະຕາຣ໌ແລ້ວ ແຕ່ມີພຽງຊວ່ຍວຽກບາງໂຄງການບາງຄັ້ງຄາວເທົ່ານັ້ນ ດັ່ງນັ້ນການເຄື່ອນໄຫວທີ່ບໍ່ໄດ້ແຕ່ງຕັ້ງ ຢ່າງເປັນທາງການຈາກທາງໂທລະພາບລາວສະຕາຣ໌ ຈະບໍ່ຢູ່ໃນຄວາມຮັບຜິດຊອບຂອງໂທລະພາບລາວສະຕາຣ໌”.

ຂ່າວນີ້ເຮັດໃຫ້ຜູ້ຄົນໃນໂລກອອນລາຍເຖິງກັບຕົກໃຈ ແລະ ມຶນງົງໄປຕາມໆກັນ ເພາະທີ່ຜ່ານຕ່າງກໍ່ເຂົ້າໃຈມາຕະຫຼອດວ່າ ກູ້ ລາວສະຕາຣ໌ ມີບົດບາດໃນຊ່ອງໂທລະພາບລາວສະຕາຣ໌ ໃນຕຳແໜ່ງ “ຮອງອຳນວຍການໂທລະ ພາບລາວສະຕາຣ໌” ຕະຫຼອດມາ ໃນການອອກມາປະກາດຄັ້ງນີ້ ໄດ້ມີຜູ້ຄົນໃຫ້ຄວາມສົນໃຈເປັນຈຳນວນຫຼາຍ ທັງແຊຣ ແລະ ເຂົ້າມາສະແດງຄວາມຄິດເຫັນໄປຕ່າງໆນານາກ່ຽວກັບສາເຫດທີ່ເຮັດໃຫ້ທາງຊ່ອງອອກມາປະກາດເລື່ອງນີ້

56991

 

 

ທີ່ມາຈາກເຟສບຸກ: LAO STAR TV

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...