Homeຂ່າວພາຍ​ໃນຮູບນາງເງືອກປອມເປັນໄວຣັສຊະນິດໜຶ່ງ

ຮູບນາງເງືອກປອມເປັນໄວຣັສຊະນິດໜຶ່ງ

Published on

 

ມື້ນີ້ 8 ສິງຫາ 2008 ຈາກກໍລະນີທີ່ຊາວສັງຄົມອອນລາຍນ໌ທັງຫຼາຍ ພາກັນເຜີຍແພ່ພາບນາງເງືອກທີ່ຄ້າຍກັບສິ່ງທີ່່ມີຊີວິດແທ້ໆ ໂດຍແທ້ຈິງແລ້ວເປັນນາງເງືອກຈາກໜັງຊື່ດັງ Pirates of the Caribbean: On Stranger Tides ເຊິ່ງເປັນຜົນງານການອອກແບບຂອງໂນເອລ ຮາໂລ ເມັກອັບພາດຕິສ ຜູ້ມີຊື່ສຽງ.

ແລະເຄີຍເປັນຜູ້ຊະນະລາງວັນອອສກາ ສາຂາ special makeup artist ເຊິ່ງ ໂຈເອລຢູ່ເບື້ອງຫຼັງໜັງຫຼາຍເລື່ອງເຊັ່ນ How the Grinch stole Christmas,Pirates of the Caribbean: The Curse of the Black Pearl,Constantine ໂດຍຫຼ້າສຸດມີໂຄງການທີ່ຈະຮ່ວມງານພາກຕໍ່ຂອງໜັງ ໂຈນສະຫຼັດຊື່ດັງນີ້ນຳດ້ວຍ.

ເຊິ່ງມີບົດຄວາມເຜີຍແຜ່ຂໍ້ມູນຂອງທີມວິໄຈຕ່າງປະເທດໄດ້ພົບວ່າການສົ່ງຕໍ່ພາບນາງເງືອກປອມນີ້ ຫຼາຍກວ່າ 13,000 ຄັ້ງ ແລະມັນປຽບດັ່ງໄວຣັລປະເພດໜຶ່ງໂດຍການນຳເອົາເລື່ອງຂີ້ຕົວະ ຫຼືຂ່າວລືມາປ່ອຍໃນໂລກອອນລາຍນ໌ ເຊິ່ງສອດຄ່ອງກັບພຶດຕິກຳຂອງຜູ້ໃຊ້ງານສ່ວນຫຼາຍທີ່ນິຍົມແຊເລື່ອງລາວ ໂດຍປາສະຈາກການກວດສອບ.

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...