spot_img
Homeນານາສາລະ7 ເທັກນິກ ການເຂົ້າຫ້ອງນໍ້າສາທາລະນະໃຫ້ປອດໄພ

7 ເທັກນິກ ການເຂົ້າຫ້ອງນໍ້າສາທາລະນະໃຫ້ປອດໄພ

Published on

ຫ້ອງນໍ້າ ເປັນສະຖານທີ່ ທີ່ມີຄວາມຮ້ອນ ແລະຄວາມປຽກຊື້ນ ເຊິ່ງເໝາະກັບການຈະເລີນເຕີບໂຕຂອງເຊື້ອພະຍາດຈຳນວນຫຼາຍ ເຊິ່ງອຸນຫະພູມໃນຫ້ອງນໍ້າຫ້ອງການ ແລະຕຶກຕ່າງໆປະມານ 28-30 ອົງສາ ແລະຄວາມປຽກຊື້ນ ປະມານ 65-75% ເຊິ່ງເໝາະກັບການຈະເລີນເຕີບໂຕຂອງເຊື້ອພະຍາດຕ່າງໆໄດ້ດີ ເພື່ອປ້ອງກັນຈາກເຊື້ອພະຍາດດັ່ງກ່າວ ເຮົາຄວນເຂົ້າຫ້ອງນໍ້າລະມັດລະວັງດັ່ງນີ້

  1. ເລືອກຫ້ອງນໍ້າທີ່ມີຄົນເຂົ້າໜ້ອຍທີ່ສຸດເຊັ່ນ: ຫ້ອງນໍ້າໃນຫ້ອງການເປັນຕົ້ນ
  2. ເລືອກຫ້ອງນໍ້າທີ່ໂຖຊັກໂຄກ ສະອາດທີ່ສຸດ ຫຼີກລຽງຝາຮອງນັ່ງທີ່ປຽກ ແລະຫ້ອງທີ່ເຫັນວ່າເປື້ອນ
  3. ໃຊ້ກະດາດທິດຊູ່ຈັບລູກບິດ ຫຼືກອນປະຕູກ່ອນເປີດລູກບິດ ຫຼືກອນດ້ານນອກຫ້ອງນໍ້າ ມັກຈະເປື້ອນກັບມືເຮົາໄດ້
  4. ເມື່ອເຂົ້າຫ້ອງນໍ້າຮຽບຮ້ອຍ ຄວນປິດຝາກ່ອນກົດຊັກໂຄກ ເພື່ອຫຼຸດການກະຈາກເຊື້ອພະຍາດໃນອາກາດ ທີ່ອາດເຂົ້າສູ່ລະບົບທາງເດີນຫາຍໃຈໄດ້ ແຕ່ຖ້າບໍ່ມີຝາປີດຄວນຫັນໜ້າໄປທາງອື່ນ ແລະຮີບອອກຈາກຫ້ອງນໍ້າ ແລະທີ່ສຳຄັນຄວນ ເອົາກະດາດທິດຊູ່ ມາຮອງປຸ່ມກົດຊັກໂຄກກ່ອນກົດ ແລ້ວຖິ້ມລົງຖັງຂີ້ເຫຍື້ອ
  5. ຄວນໃຊ້ກະດາດທິດຊູ່ ຮອງກ່ອນທີ່ຈະນັ່ງຊັກໂຄກ ແຕ່ຖ້າຫາກຍັງກັງວົນໃຈ ບໍ່ຢາກໃຫ້ສຳຜັດກັບກົ້ນ ກໍຄວນໃຊ້ວິທີຍໍ່ຂາຄືກັບຈະນັ່ງກໍໄດ້ ຍົກກົ້ນໃຫ້ຢູ່ເທິງຊັກໂຄກປະມານ 6 ນິ້ວ
  6. ຫຼັງຈາກເຂົ້າຫ້ອງນໍ້າແລ້ວ ຄວນລ້າງມືທຸກຄັ້ງ ແລ້ວເຊັດໃຫ້ແຫ້ງດ້ວຍກະດາດທິດຊູ່ທີ່ກຽມໄວ້, ຖ້າຫາກມີຜ້າເຊັດມືໃນຫ້ອງນໍ້າ ກໍຄວນໃຫ້ແນ່ໃຈວ່າສະອາດກ່ອນເຊັດ
  7. ກ່ອນອອກຈາກຫ້ອງນໍ້າ ຄວນໃຊ້ກະດາດທິດຊູ່ໝູນລູກບິດ ຫຼືລູກກອນ ເພາະຄົນທີ່ໃຊ້ຫ້ອງນໍ້າກ່ອນເຈົ້າເຂົາອາດບໍ່ໄດ້ລ້າງມືການໃຊ້ກະດາດທິດຊູ່ຈັບລູກບິດ, ລູກກອນປະຕູ ອາດເຫັນວ່າຍາກ ແລະບໍ່ສະດວກ ອາດໃຊ້ວິທີລ້າງມືໃຫ້ສະອາດທຸກຄັ້ງ ຫຼັງຈາກເຂົ້າຫ້ອງນໍ້າ ເພາະການຂັດ ແລະລ້າງມືດ້ວຍສະບູ ດ້ວຍວິທີທີ່ຖືກຕ້ອງ ສາມາດເຮັດໃຫ້ເຊື້ອແບັກທີເລຍຫຼຸດລົງ ແລະຫຼຸດການຕິດເຊື້ອໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...