spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມວິທີປ້ອງກັນ ບັນຫາເສັ້ນເລືອດຂອດ

ວິທີປ້ອງກັນ ບັນຫາເສັ້ນເລືອດຂອດ

Published on

ບັນຫາເສັ້ນເລືອດຂອດ ຈະປາກົດໃຫ້ເຫັນວ່າ ຫຼອດເລືອດດຳໃຫຍ່ພອງ, ມັນຈະພອງໃຫຍ່ຂຶ້ນມາ ເຊິ່ງຈະພົບກັບຜູ້ຍິງສ່ວນຫຼາຍ ໂດຍສະເພາະເມື່ອອາຍຸຫຼາຍຂຶ້ນ, ເຖິງແມ່ນຈະເປັນບັນຫາທີ່ພົບເຫັນໄດ້ຕະຫຼອດ ແຕ່ມື້ນີ້ເຮົາມີວິທີດີໆ ທີ່ຄວນປະຕິບັດ ເພື່ອປ້ອງກັນບັນຫາເສັ້ນເລືອດຂອດດັ່ງນີ້:

  1. ໝັ່ນອອກກຳລັງກາຍຢ່າງສຳໝໍ່າສະເໝີ: ເພື່ອໃຫ້ເລືອດມີການໄຫຼວຽນໄດ້ດີຂຶ້ນ ແລະຄວນຍ່າງຕະຫຼອດ, ບໍ່ຄວນນັ່ງ ຫຼືຢືນດົນໆ, ຫາກເຮັດວຽກໃນຫ້ອງການ ກໍຄວນຫາເວລາຍ່າງໄປເຮັດກິດຈະກຳອື່ນຕະຫຼອດ ບໍ່ຄວນນັ່ງເຮັດວຽກໃນໜ້າຈໍຄອມຢ່າງດຽວ
  2. ຄວບຄຸມນໍ້າໜັກ: ໃຫ້ຢູ່ໃນເກນທີ່ເໝາະສົມສຳລັບຮ່າງກາຍ, ບໍ່ຕຸ້ຍຫຼາຍຈົນເກີນໄປ ເພື່ອບໍ່ໃຫ້ຮ່າງກາຍແບກຮັບນໍ້າໜັກຫຼາຍເກີນໄປ, ຄວນກິນຜັກໃຫ້ຫຼາຍຂຶ້ນ, ຫຼີກລຽງອາຫານທີ່ລົດຊາດເຄັມ ທີ່ເຮັດໃຫ້ເກີດອາການບວມໄດ້
  3. ໃສ່ເກີບ: ການໃສ່ເກີບກໍຄວນໃສ່ສົ້ນເຕ້ຍ ຫຼືສົ້ນບໍ່ສູງເກີນໄປ ແລະໃສ່ເຄື່ອງນຸ່ງ, ໂສ້ງ, ເສື້ອທີ່ສະບາຍ ເພື່ອເຮັດໃຫ້ເລືອດໄຫຼວຽນສະດວກ
  4. ໝັ່ນຍົກຂາຂຶ້ນສູງ: ຄວນເຮັດຄັ້ງລະ 10-15 ນາທີ ເວລານອນຄວນເອົາຜ້າມາຮອງບໍລິເວນແຄ່ງ ໃຫ້ສູງກວ່າຫົວໃຈ
  5. ພະຍາຍາມຫຼຸດການນັ່ງໄຂວ່ຫ້າງ: ເພາະການນັ່ງໄຂວ່ຫ້າງ ຈະເຮັດໃຫ້ເລືອດໄຫຼວຽນບໍ່ໄດ້ດີເທົ່າທີ່ຄວນ
  6. ໝັ່ນບໍລິຫານຂໍ້ຕີນ: ໃນຂະນະທີ່ນັ່ງຢູ່ນັ້ນ ໃຫ້ບໍລິຫານຂໍ້ຕີນ ດ້ວຍການຢຽດຕີນ ແລະຖົກຕີນສະລັບກັນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...