spot_img
Homeຂ່າວເຫດການສະພາບອາກາດ ວັນທີ 13-15 ມັງກອນ 2017

ສະພາບອາກາດ ວັນທີ 13-15 ມັງກອນ 2017

Published on

ອີງຕາມການລາຍງານຂອງ ກົມອຸຕຸນິຍົມ ແລະອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 13-15 ມັງກອນນີ້, ມວນອາກາດໜາວເຢັນ ຈາກປະເທດຈີນ ຈະມີກຳລັງແຮງເພີ່ມຂຶ້ນປົກຄຸມ ຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ພັດປົກຄຸມດ້ວຍກຳລັງປານກາງ ຫາແຮງ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຕື່ມອີກ 2-4 ອົງສາ, ໂດຍສະເພາະຢູ່ແຂວງພາກເໜືອ ຫາພາກກາງ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ຫາປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ສຳລັບພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 7-9 ອົງສາ ແລະ ສູງສຸດ 15-17 ອົງສາ; ສ່ວນພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 25-27 ອົງສາ; ນະຄອນຫລວງວຽງຈັນ: ອຸນຫະພູມອາກາດຈະເຢັນລົງຕື່ມ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 27-29 ອົງສາ; ພາກກາງ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ໜາວຫລາຍຢູ່ແຂວງໄຊສົມບູນ, ຫລັກຊາວ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ, ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງຕື່ມ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕໍ່າສຸດ 16-18 ອົງສາ ແລະ ສູງສຸດ 28-30 ອົງສາ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...