spot_img
Homeນານາສາລະອາຫານ 13 ປະເພດ ທີ່ບໍ່ຄວນແຊ່ໃນຕູ້ເຢັນ

ອາຫານ 13 ປະເພດ ທີ່ບໍ່ຄວນແຊ່ໃນຕູ້ເຢັນ

Published on

ຕູ້ເຢັນ ເປັນອຸປະກອນເຄື່ອງໃຊ້ໄຟຟ້າທີ່ຈຳເປັນຫຼາຍ ສຳລັບຄົວເຮືອນໃນປະຈຸບັນ, ຄົນເຮົາມີຄວາມຊິນເຄີຍທີ່ຈະເອົາອາຫານທຸກຊະນິດໄປແຊ່ໄວ້ໃນຕູ້ເຢັນ ເພື່ອຊ່ວຍຮັກສາຄຸນນະພາບຂອງອາຫານໄວ້ໄດ້ດົນ ແຕ່ກໍບໍ່ແມ່ນວ່າ ອາຫານທຸກຊະນິດຈະແຊ່ໃນຕູ້ເຢັນໄດ້ໝົດ ເພາະອາຫານບາງຊະນິດກໍບໍ່ຄວນແຊ່ໄວ້ໃນຕູ້ເຢັນ ເພາະຈະເຮັດໃຫ້ເກີດຜົນເສຍ ແລະລົດຊາດປ່ຽນໄປຂອງອາຫານຊະນິດນັ້ນ ເຊິ່ງອາຫານທີ່ບໍ່ຄວນແຊ່ໃນຕູ້ເຢັນມີດັ່ງນີ້:

  1. ມັນຝຣັ່ງ: ຄວາມເຢັນຈະເຮັດໃຫ້ແປ້ງໃນມັນຝຣັ່ງເສຍລົດຊາດຄວາມຫວານ, ຄວາມແຊບທີີມີນັ້ນໄປໝົດ
  2. ນໍ້າເຜິ້ງ: ຈະເຮັດໃຫ້ນໍ້າເຜິ້ງແຂງໂຕ ແລະຈັບໂຕເປັນກ້ອນ ເມື່ອຢູ່ໃນອຸນຫະພູມທີ່ເຢັນ
  3. ໝາກເລັ່ນ: ຄວາມເຢັນຈະເຮັດໃຫ້ໝາກເລັ່ນເສຍລົດຊາດ ເຮັດໃຫ້ໝາກເລັ່ນເນົ່າໄວ
  4. ໝາກແອັບເປິ່ນ: ເພາະຈະເຮັດໃຫ້ແອັບເປິ່ນເສຍລົດຊາດ ຖ້າຢາກກິນແບບຫວານເຢັນ ກໍຄວນປອກແລ້ວປາດເປັນປ່ຽງ ໄປແຊ່ໄວ້ໃນຕູ້ເຢັນ 30 ນາທີກ່ອນກິນ ກໍຈະໄດ້ລົດຊາດທີ່ຫວານເຢັນ
  5. ຫອມບົ່ວໃຫຍ່: ຫົວຫອມບົ່ວທີ່ຍັງບໍ່ໄດ້ປອກເປືອກ ຫຼືປາດເປັນປ່ຽງ ບໍ່ຄວນເອົາໄປແຊ່ໃນຕູ້ເຢັນ ຈະເຮັດໃຫ້ເກີດເປັນເຊື້ອລາ ແລະເນົ່າໄດ້ງ່າຍ ແລະກິ່ນໃນຫອມບົ່ວ ຈະເຮັດໃຫ້ອາຫານປະເພດອື່ນມີກິ່ນໄປນຳ
  6. ນໍ້າມັນ: ບໍ່ຄວນເອົາໄປແຊ່ໄວ້ໃນຕູ້ເຢັນ ເພາະຈະເຮັດໃຫ້ມັນແຂງໂຕ ຄວນເອົາໄວ້ໃນອຸນຫະພູມປົກກະຕິໃນຫ້ອງຈະດີກວ່າ
  7. ຊອສໝາກເລັ່ນ: ບໍ່ຈຳເປັນຕ້ອງໃສ່ຕູເຢັນ ເພາະມີນໍ້າສົ້ມສາຍຊູຈຳນວນຫຼາຍທີ່ປ້ອງກັນການເຕີບໂຕຂອງເຊື້ອແບັກທີເລຍ
  8. ໝາກໂມ: ແຕງໂມມີສານຕ້ານອະນຸມູນອິດສະລະ, ມີນໍ້າຫຼາຍ ແລະເປັນແຫຼ່ງວິຕາມິນເອ ແລະຊີ ຖ້າຫາກເຮົາເອົາໄປແຊ່ຕູ້ເຢັນ ຈະເຮັດໃຫ້ສູນເສຍສານເຫຼົ່ານັ້ນໄປ
  9. ກາເຟ: ເພາະຈະເຮັດໃຫ້ເສຍລົດຊາດທີ່ດີ ແລະເຮັດໃຫ້ກິ່ນຂອງກາເຟປ່ຽນໄປ, ບໍ່ຫອມເທົ່າທີ່ຄວນ ເພາະກາເຟດູດກິ່ນຂອງຕູ້ເຢັນ
  10. ກະທຽມ: ການເອົາກະທຽມໃສ່ຕູ້ເຢັນ ຈະເຮັດໃຫ້ກະທຽມອອກຈາວ ແລະຂຶ້ນລາໄດ້ງ່າຍ ແລະເຮັດໃຫ້ຈາວຂອງກະທຽມຫົດໄດ້ໄວ
  11. ໃບບົວລະພາ ແລະໃບກະເພົາ: ເພາະຈະເຮັດໃຫ້ໃບບົວລະພາ, ໃບກະເພົາ ແຫ້ງ ແລະແຫ່ວໄວ ແລະຍັງດູດຊຶມກິ່ນຂອງຕູ້ເຢັນເຂົ້າໄປໃນຕົວອີກ
  12. ເຂົ້າໜົມປັງ: ຈະເຮັດໃຫ້ເຂົ້າໜົມປັງແຂງ ດັ່ງນັ້ນ ຄວນເກັບໄວ້ນອກຕູ້ເຢັນຈະດີກວ່າ
  13. ເຫຼົ້າ: ເປັນເຄື່ອງດື່ມແອວກໍຮໍ ບໍ່ຄວນເອົາໄປແຊ່ຕູ້ເຢັນ ເພາະຈະເຮັດໃຫ້ສີ ແລະລົດຊາດປ່ຽນໄປ

ເມື່ອເຮົາຮູ້ແບບນີ້ແລ້ວ ກໍບໍ່ຄວນເອົາອາຫານທີ່ເວົ້າມາຂ້າງເທິງນັ້ນໃສ່ຕູ້ເຢັນ ເພື່ອຮັກສາລົດຊາດໃຫ້ຄືເກົ່າ ແລະເພື່ອສຸຂະພາບທີ່ແຂງແຮງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...