spot_img
Homeຂ່າວພາຍ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ໄຂຂຶ້ນຢ່າງເປັນທາງການ

Published on

ກອງ​ປະຊຸມ​ສະໄໝ​ສາມັນ ເທື່ອ​ທີ 2 ຂອງ​ສະພາ​ປະຊາຊົນ ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 9 ມັງກອນ 2017 ທີ່​ອົງການ​ປົກຄອງ ນະຄອນຫຼວງວຽງຈັນ ໂດຍ​ເປັນ​ປະທານ​ຂອງທ່ານ ອານຸພາບ ຕຸ​ນາ​ລົມ ປະທານ​ສະພາ​ປະຊາຊົນ ນວ ມີທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າຄອງນະຄອນຫຼວງ ພ້ອມ​ດ້ວຍ​ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ ການ​ນຳ ນະຄອນຫຼວງ, ອະດີດ​ການ​ນຳ, ນັກ​ປະຕິວັດອາວຸໂສ, ຕົວ​ແທນ​ນັກທຸລະກິດ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ໄດ້​ສຸມໃສ່​ພິຈາລະນາ ແລະ ຕົກລົງ​ບັນຫາ​ສຳຄັນ​ພື້ນຖານ ​ຂອງນະຄອນຫຼວງວຽງຈັນເປັນຕົ້ນ ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວກັບ​ຜົນ​ການ​ຕິດຕາມ​ກວດກາ ຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ ​ກ່ຽວ​ກັບ​ຜົນ​ກະທົບ​ຕໍ່​ສັງຄົມ ແລະ ສິ່ງແວດລ້ອມ ແລະ ພິ​ຈາລະ​ນາ​ຮັບຮອງ​ເອົາ​ບົດ​ລາຍ​ງານ ການຈັດຕັ້ງ​ແຜນ​ພັດທະນາ​ເສດຖະ​ກິດ-ສັງຄົມ ແຜນ​ງົບປະມານ ສົກ​ປີ 2015-2016 ແລະ ທິດທາງ​ແຜນການປີ 2017 ບົດລາຍ​ງານ​ການຈັດຕັ້ງ​ປະຕິບັດວຽກ​ງານ 5 ປີ (2010-2015) ແລະ ທິດ​ທາງ​ແຜນການ​ເຄື່ອນໄຫວ​ວຽກ​ງານ 5 ປີ (2016-2020) ແຜນ​ວຽກ​ຈຸດ​ສຸມປີ 2017 ຂອງ​ສານ​ປະຊາຊົນ ນວ ບົດ​ລາຍ​ງານ​ການຈັດຕັ້ງ​ປະຕິບັດແຜນການເຄື່ອນໄຫວ​ປະຈຳ 6 ເດືອນ​ທ້າຍ​ສົກ​ປີ 2015-2016 ແລະ ທິດ​ທາງ​ແຜນການປີ 2017 ຂອງ​ສະພາ​ປະຊາຊົນ ນວ ພ້ອມ​ນັ້ນຍັງ​ໄດ້​ພິຈາລະນາ​ຮັບຮອງ​ເອົາ​ວິໄສ​ທັດ​ຮອດ​ປີ 2030 ຍຸດ​ທະ​ສາດ​ໄລຍະ 10 ປີ (2016-2025) ແຜນການ​ພັດທະນາ​ຕໍ່ການ​ແກ້​ໄຂ​ບັນຫາ​ຈະລາຈອນແອ​ອັດ​ຕາມ​ຖະໜົນ ໄລຍະ 5 ປີ (2016-2020) ແຜນ​ພັດທະນາຜັງເມືອງ-ກົດ​ລະບຽບ​ການ​ຄຸ້ມຄອງ​ຜັງເມືອງ​ວຽງ​ຈັນ ບັນຊີ​ໂຄງການ​ຮຽກ​ການ​ລົງທຶນ​ພາຍ​ໃນ-ຕ່າງປະເທດ​ໄລຍະ 5 ປີ (2016-2020) ແລະ ແຜນການ​ສ້າງ​ນິຕິກຳ​ຂອງ​ສະພາ​ປະຊາຊົນ ນວ ປະຈຳປີ 2017 ນອກ​ນັ້ນຍັງ​ພິ​ຈາລະ​ນາ​ຮັບຮອງ​ເອົາ​ນິຕິ​ກຳຈຳນວນ 4 ສະບັບ ປະກອບ​ມີ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ສ້າງຕັ້ງ​ກອງ​ທຶນທາງ​ຂອງ ນວ ຮ່າງ​ດຳລັດ​ວ່າດ້ວຍ​ການ​ຄຸ້ມ​ຄອງ ແລະ ພັດ​ທະນາ​ບຶງ​ທາດຫຼວງຫາຫ້ວຍ​ໝາກຮຽວ ຂໍ້​ຕົກລົງ​ເຈົ້າ​ຄອງນະຄອນຫຼວງ ວ່າດ້ວຍ​ການ​ຮັບຮອງ​ເອົາ​ການ​ກຳນົດການ​ຄຸ້ມ​ຄອງ​ທີ່​ດິນ​ກະສິກຳ ແລະ ຂໍ້​ຕົກລົງ​ຂອງ​ເຈົ້າ​ຄອງ​ວ່າດ້ວຍ​ການ​ຄຸ້ມ​ຄອງ​ສະໜາມ​ຫຼວງແຫ່ງ​ຊາດ.

ນອກຈາກ​ນັ້ນແລ້ວ ກອງ​ປະຊຸມ​ຍັງ​ຈະ​ໄດ້​ຮັບ​ຟັງ​ການ​ອະທິບາຍ​ຊີ້​ແຈງ​ ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ຂອງ​ນະຄອນຫຼວງ​ຕື່ມອີກ ສຳລັບ​ກອງ​ປະຊຸມ​ດັ່ງກ່າວ ຈະ​ດຳເນີນ​ໄປ​ຮອດ​ວັນ​ທີ 17 ມັງກອນ 2017.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...