spot_img
Homeນານາສາລະສັບພະຄຸນທາງຢາ ຂອງໃບສີດາ ທີ່ຫຼາຍຄົນຍັງບໍ່ຮູ້

ສັບພະຄຸນທາງຢາ ຂອງໃບສີດາ ທີ່ຫຼາຍຄົນຍັງບໍ່ຮູ້

Published on

ໃບສີດາ ມີປະໂຫຍດ ແລະສັບພະຄຸນຫຼາຍຢ່າງ ທັງຊ່ວຍດັບກິ່ນປາກ, ແກ້ອາການເຈັບທ້ອງ, ຮັກສາພະຍາດກ່ຽວກັບເຫືອກ ແລະຍັງມີວີຕາມິນເອ, ຊີ, ໂພແທັດຊຽມ, ໄລໂຄປີນ ແລະໄຟເບີ ທີ່ດີຕໍ່ສຸຂະພາບ ທີ່ສຳຄັນຊ່ວຍຮັກສາໄດ້ຫຼາຍພະຍາດດັ່ງນີ້

  • ຊ່ວຍດັບກິ່ນປາກ: ເພາະມີນໍ້າມັນຫອມລະເຫີຍຫຼາຍຊະນິດ ທີ່ຊ່ວຍລະງັບກິ່ນປາກ ໂດຍສະເພາະກິ່ນປາກທີ່ເກີດຈາກແຂ້ວຜຸ, ເຫືອກອັກເສບ, ເສດອາຫານຄ້າງ ຫຼືກິ່ນປາກຈາກການກິນອາຫານທີ່ມີກິ່ນແຮງ, ລວມທັງກິ່ນເຫຼົ້າ ແລະຢາສູບ, ສ່ວນວິທີໃຊ້ກໍພຽແຕ່ເອົາໃບສີດາ 3-4 ໃບມາລ້າງສະອາດແລ້ວຫຍໍ້າ ແລ້ວຄາຍກາບຖິ້ມ ເທົ່ານີ້ກໍຊ່ວຍດັບກິ່ນໄດ້ແລ້ວ
  • ຊ່ວຍຮັກສາໂຣກເຫືອກອັກເສບ ແລະບັນເທົາອາການເຈັບແຂ້ວຈາກເຫືອກອັກເສບ: ຄົນທີ່ເປັນພະຍາດເຫຼົ່ານີ້ ພຽງແຕ່ບ້ວນປາກດ້ວຍສ່ວນປະສົມຂອງສານສະກັດຈາກໃບສີດາ ສາມາດຫຼຸດອາການອັກເສບຂອງເຫືອກ ແລະບັນເທົາການເຈັບແຂ້ວໄດ້ ເພາະໃບສີດາ ມີລິດຕ້ານການອັກເສບໄດ້
  • ຫຼຸດອາການເຈັບທ້ອງ ແລະການບີບຕົວຂອງລຳໄສ້: ໃບສີດາມີເຄວໍຊິທິນ ແລະມີລິດຢັບຢັ້ງແອຊິຕິລໂຄລີນ ທີ່ຊ່ວຍໃຫ້ຢຸດຖ່າຍ ແລະສາມາດຂ້າເຊື້ອແບັກທີເລຍ, ເຊື້ອໄວລັດ ແລະມີລິດຂ້າແມ່ທ້ອງ ທີ່ເປັນສາເຫດຂອງອາການເຈັບທ້ອງ, ດ້ວຍການເອົາໃບສີດາ 10-15 ໃບມາລ້າງໃຫ້ສະອາດ ຈາກນັ້ນຕໍາໃຫ້ແຫຼກແລ້ວເອົາໄປຕົ້ມກັບນໍ້າ 1 ຈອກໃຫຍ່ ປະສົມກັບເກືອເລັກໜ້ອຍ ຕົ້ມໃຫ້ຟົດແລ້ວກໍປົງ ປະໃຫ້ອຸ່ນແລ້ວເອົາມາກິນໄດ້ເລີຍ
  • ຫຼຸດນໍ້າຕານໃນເລືອດ: ສານສະກັດຈາກໃບສີດາ ສາມາດຫຼຸດນໍ້າຕານໃນເລືອດໄດ້
  • ຕ້ານເຊວມະເຮັງ: ຈາກການວິໄຈພົບວ່າ ສານສະກັດຈາກໃບສີດາ ມີຄວາມຕ້ານເຊວມະເຮັງ ໄຟໂບຣຊາໂຄມາ ແລະຊ່ວຍຕ້ານເຊື້ອເຊວມະເຮັງເຕົ້ານົມ
  • ຫຼຸດອາການປວດປະຈຳເດືອນ: ໃບສີດາມີສານສະກັດຈາກສານເອທານອລ ຈະມີສານຟາໂວນອຍ ປະສົມຢູ່ນຳ ເຊິ່ງສານນີ້ຈະຊ່ວຍຕ້ານອະນຸມູນອິດສະລະ ແລະຫຼຸດອາການເຈັບປວດປະຈຳເດືອນໄດ້ ດ້ວຍການເອົາໃບສີດາທີ່ລ້າງສະອາດແລ້ວ ເອົາໄປແຊ່ກັບນໍ້າກິນ ແລ້ວເອົາໃບສີດາອອກແລ້ວເອົານໍ້ານັ້ນມາກິນ
  • ປິ່ນປົວໄຂ້ຫວັດ: ໃບສີດາອຸດົມດ້ວຍວິຕາມິນຊີສູງ ດັ່ງນັ້ນຈຶ່ງສາມາດເຂົ້າໄປຈັດການກັບເຊື້ອໄວຣັດໄຂ້ຫວັດໄດ້ ເຊິ່ງສານໃນໃບສີດາຈະຊ່ວຍຫຼຸດນໍ້າມູກ ແລະຫຼົດການແຜ່ກະຈາຍຂອງເຊື້ອໄຂ້ຫວັດໃນຮ່າງກາຍ, ດ້ວຍການເອົາໃບສີດາມາຕົ້ມໃຫ້ສຸກ ແລ້ວເອົານໍ້າມາດື່ມ
  • ປິ່ນປົວສິວ: ໃບສີດາມີລິດ ຕ້ານການອັກເສບ ຊ່ວຍກຳຈັດເຊື້ອແບັກທີເລຍ ແລະອຸດົມດ້ວຍວິຕາມິນຊີ ເໝາະສຳລັບການປິ່ນປົວສິວ ແລະຫຼຸດຈຸດດ່າງດຳ, ດ້ວຍການເອົາໃບສີດາມາລ້າງສະອາດ ແລ້ວເອົາມາຕຳ ປະສົມກັບນໍ້າຕົ້ມສຸກ ເພື່ອເອົານໍ້ານັ້ນມາແຕ້ມສິວ ແລະຮອຍດຳຈາກສິວ
  • ເປັນຢາຫ້າມເລືອດ: ໃຊ້ໃບສີດາສົດລ້າງນໍ້າສະອາດ ຈາກນັ້ນເອົາມາຕຳ ແລ້ວເອົາໄປພອກໃສ່ບາດແຜສົດ ຈະເຮັດໃຫ້ເລືອດຢຸດ ແລະຊ່ວຍຮັກສາອາການອັກເສບໄດ້
  • ຊ່ວຍຂັບລົມໃນກະເພາະອາຫານ: ນໍ້າມັນຫອມລະເຫີຍທີ່ມີຢູ່ຂອງໃບສີດາ ຈະຊ່ວຍຂັບລົມໃນກະເພາະອາຫານ ແລະລຳໄສ້ໄດ້ດີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...