spot_img
Homeຂ່າວຕ່າງປະເທດສະເທືອນຂັວນຮົງກົງ! ລູກອະກະຕັນຍູ ຂ້າຫັ່ນສົບພໍ່ແມ່ຕົນເອງ ເອົາຊີ້ນໄປປີ້ງໃສ່ກ່ອງອາຫານ!

ສະເທືອນຂັວນຮົງກົງ! ລູກອະກະຕັນຍູ ຂ້າຫັ່ນສົບພໍ່ແມ່ຕົນເອງ ເອົາຊີ້ນໄປປີ້ງໃສ່ກ່ອງອາຫານ!

Published on

 

EyWwB5WU57MYnKOuFBrBvTXcWznbMc1zuKJVXJ2ksZmcd1sdxyrbnk
(ພາບປະກອບ)

 

ຕາມແຫຼ່ງຂ່າວຂອງຕ່າງປະເທດລາຍງານໃນມື້ນີ້ (7 ສິງຫາ) ວ່າ ສານສູງຂອງຮົງກົງ ໄດ້ພິຈາລະນາຄະດີສະເທືອນຂວັນ

ເປັນມື້ທີ 2 ໃນວັນທີ 6 ສິງຫາ 2014 ທີ່ຜ່ານມາ ໂດຍໄອຍະການໄດ້ກ່າວຫາວ່າ ທ້າວ ເຮັນຣີ່ ສັ່ວ ອາຍຸ 30 ປີ ໄດ້ຂ້າຫັ່ນສົບ

ທ້າວ ສັ່ວ ຫວິງ ກີ ອາຍຸ 65 ປີ ເຊິ່ງເປັນບິດາຂອງຕົນເອງ ແລະ ນາງ ຊິ່ວ ຍວດ ອີ້ ອາຍຸ 62 ປີ ທີ່ເປັນມານດາໂດຍ

ມີທາວເຈີ໋ ຊຸນ ໄຄ ອາຍຸ 36 ປີ ໝູ່ສະໜິດຂອງຕົນເອງ ເປັນຜູ້ຮ່ວມລົງມືສັງຫານ ໂດຍການຕັດຫົວຂອງຜູ້ເຄາະຮ້າຍທັງ

ສອງແລ້ວແຊ່ໄວ້ຢູ່ໃນຕູ້ເຢັນ ພ້ອມທັງແລ່ຊີ້ນສົບທາເກືອ ນຳໄປປີ້ງ ແລະ ບັນຈຸໃສ່ກ່ອງອາຫານ ຄ້າຍຄືກັນກັບໝູປີ້ງ

ກ່ອນຈະນຳໄປຖິ້ມໃສ່ຖັງຂີ້ເຫຍື້ອ ເພື່ອທຳລາຍຫຼັກຖານ.

 

ຫົວຂອງຜູ້ເຄາະຮ້າຍ ຖືກພົບເຫັນໃນຕູ້ເຢັນ 2 ຕູ້ ໃນອາພາດເມັ້ນທີ່ມີຄາບເລືອດ ເມື່ອເດືອນມີນາ ປີ 2013, ສ່ວນກ່ອງ

ອາຫານໃສ່ເຂົ້າ ພ້ອມກັບຊີ້ນສົບປີ້ງຫຼາຍກ່ອງ ຖືກຄົ້ນພົບຕາມຖັງຂີ້ເຫຍື້ອ, ແຕ່ທ້າວ ສັ່ວ ແລະ ທ້າວ ເຈີ໋ ຍັງປະຕິເສດ

ຂໍ້ກ່າວຫາວ່າຄາຕະກຳທັງ 2 ຄົນ ໂດຍທ້າວ ສັ່ວ ຮັບສາລະພາບພຽງຂໍ້ຫາຂ້າຄົນຕາຍໂດຍບໍ່ເຈຕະນາ ແລະ ຂັດຂວາງ

ການຝັງສົບຢ່າງຖືກຕ້ອງຕາມກົດໝາຍ ແຕ່ທາງໄອຍະການຮົງກົງຊີ້ວ່າ ທັງຄູ່ວາງແຜນຂ້າຜູ້ເຄາະຮ້າຍສອງຜົວເມຍ

ມາແລ້ວຫຼາຍເດືອນ ໂດຍໄປຊື້ມີດ, ຕູ້ເຢັນ, ເຕົາໄປໂຄຣເວັບ ແລະ ໝໍ້ຫຸງເຂົ້າມາກຽມໄວ້.

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...