spot_img
Homeຂ່າວພາຍ​ໃນປະທານາທິບໍດີສິງກະໂປ ຈະຢ້ຽມຢາມລັດຖະກິດ ສປປ ລາວ

ປະທານາທິບໍດີສິງກະໂປ ຈະຢ້ຽມຢາມລັດຖະກິດ ສປປ ລາວ

Published on

ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ , ທ່ານ ໂທນີ ທານ ເກັງຢໍາ ປະທານາທິບໍດີ ແຫ່ງສາທາລະນະລັດ ສິງກະໂປ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະມາຢ້ຽມຢາມທາງລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 11-14 ມັງກອນນີ້ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ສໍາລັບຊີວະປະຫວັດຫຍໍ້ຂອງທ່ານໂທນີ ທານ ເກັງຢໍາ ເກີດເມື່ອວັນທີ 7 ກຸມພາ 1940, ຮຽນຈົບສາມັນສຶກສາທີ່ ໂຮງຮຽນເຊນແພດທຣິກ ແລະ ສະຖາບັນເຊັນໂຈເຊັບ, ປີ 1962 ຈົບການສຶກສາລະດັບປະລີນຍາຕີກຽດນິຍົມອັນດັບໜຶ່ງຂະແໜງຟີຊິກສາດ ມະຫາວິທະຍາໄລສິງກະໂປ, ຫລັງຈາກນັ້ນໄປສຶກສາຕໍ່ ໃນລະດັບປະລິນຍາໂທສາຂາວິທະຍາສາດທໍາມະຊາດ ທີ່ສະຖາບັນເຕັກໂນໂລຊີແມດຊາຊູເຊດ ສະຫະລັດອາເມລິກາ ແລະ ສຶກສາຕໍ່ປະລິນຍາເອກ ຂະແໜງຄະນິດສາດປະຍຸກ ທີ່ມະຫາວິທະຍາໄລອາດີເລດ ປະເທດອົດສະຕາລີ, ປີ 1964-1967 ເປັນອາຈານສອນຢູ່ຄະນະຟີຊິກສາດ ມະຫາວິທະຍາໄລສິງກະໂປ, ປີ 1969 ເຮັດວຽກຢູ່ທະນາຄານ OCBC (Overseas-Chinese Banking Corporation) ໃນຕໍາແໜ່ງຜູ້ຈັດການ, ປີ 1979 ເລີ່ມເຂົ້າມາຫລີ້ນການເມືອງ ແລະ ຖືກເລືອກຕັ້ງເປັນສະມາຊິກສະພາກ່ອນໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ແຫ່ງລັດອາວຸໂສປະຈໍາກະຊວງສຶກສາທິການ, ປີ 1980 ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງສຶກສາທິການ, ທັງດໍາລົງຕໍາແໜ່ງເປັນຮອງຄະນະບໍດີມະຫາວິທະຍາໄລແຫ່ງຊາດສິງກະໂປ, 1981 ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, 1983-1985 ເປັນລັດຖະມົນຕີກະຊວງການເງິນທັງຄວບຕໍາແໜ່ງລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, ປີ 1985-1991 ເປັນລັດຖະມົນຕີກະຊວງສຶກສາທິການ, ທ້າຍປີ 1991 ໄດ້ລາອອກຈາກພາກລັດ ແລະ ໄປເຮັດວຽກນໍາເອກະຊົນ ຊຶ່ງໄດ້ເປັນຜູ້ອໍານວຍການໃຫຍ່ທະນາຄານ OCBC ປີ 1995 ໄດ້ກັບມາເຮັດວຽກນໍາພາກລັດ ແລະ ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ປີ 2003 ເປັນຮອງລັດຖະ ມົນຕີ ແລະ ລັດຖະມົນຕີປະສານງານປະຈໍາກະຊວງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ປີ 2005 ເຂົ້າບໍານານ ແລະ ຖືກແຕ່ງຕັ້ງເປັນຮອງອໍານວຍການ ແລະ ຜູ້ບໍລິຫານລະດັບສູງຂອງວິສາຫະກິດເພື່ອການລົງທຶນຂອງລັດຖະບານສິງກະໂປ, ເປັນປະທານກອງທຶນເພື່ອການຄົ້ນຄວ້າແຫ່ງຊາດ, ທັງເປັນປະທານສະພາຄົ້ນຄວ້ານະວັດຕະກໍາ ແລະ ວິສາຫະກິດ ແລະ ທັງເປັນປະທານກຸ່ມບໍລິສັດສື່ມວນຊົນສິງກະໂປ ແລະ ປີ 2011 ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນທີ 7 ແຫ່ງສາທາລະນະລັດສິງກະໂປ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...