spot_img
Homeນານາສາລະເປືອກໝາກກ້ຽງ ແກ້ກົດໄຫຼກັບ ຫຼຸດອາການນອນບໍ່ຫຼັບ

ເປືອກໝາກກ້ຽງ ແກ້ກົດໄຫຼກັບ ຫຼຸດອາການນອນບໍ່ຫຼັບ

Published on

ໝາກກ້ຽງ ເປັນໝາກໄມ້ ທີ່ມີລົດຊາດສົ້ມຫວານ ທີ່ເຮົາເອົາມາເຮັດເປັນເຄື່ອງດື່ມ ຫຼືກິນເປັນໝາກໄມ້ໃຫ້ຄວາມສົດຊື່ນໄດ້, ແຕ່ຫຼາຍຄົນມັກກິນໝາກກ້ຽງແລ້ວ ເອົາເປືອກຖິ້ມ ແຕ່ຮູ້ບໍວ່າ ເປືອກທີ່ເຮົາຖິ້ມນັ້ນມີປະໂຫຍດຫຼາຍຢ່າງ

  1. ບຳລຸງແຂ້ວ ແລະກະດູກ: ຈາກການສຶກສາຂອງ Purdue University ເຫັນວ່າໃນເປືອກໝາກກ້ຽງ ປະມານ 100 ກຣາມ ຈະມີປະລິມານແຄວຊຽມສູງຮອດ 161 ມິນລີກຣາມ ເຊິ່ງຊ່ວຍບຳລຸງກະດູກ ແລະແຂ້ວໄດ້
  2. ຊ່ວຍຫຼຸດອາການຕຶງຄຽດ: ກິ່ນສົ້ມເປັນກິ່ນຊິຕຣັສ ທີ່ມີຄຸນສົມບັດເດັ່ນໃນການຊ່ວຍຜ່ອນຄາຍລະບົບປະສາດຂອງຮ່າງກາຍ, ດ້ວຍການເອົາເປືອກໝາກກ້ຽງມາຄັ້ນໃຫ້ນໍ້າມັນຫອມລະເຫີຍໃນເປືອກໝາກກ້ຽງໄຫຼອອກ, ຈາກນັ້ນສາມາດເອົາມາດົມເພື່ອເພີ່ມຄວາມສົດຊື່ນ ຫຼືເອົາໄປນວດແກ້ອາການປວດເມື່ອຍຕາມຮ່າງກາຍໄດ້
  3. ຫຼຸດອາການນອນບໍ່ຫຼັບ: ກິ່ນຊິຕຣັສ ຈາກນໍ້າມັນຫອມລະເຫີຍ ໃນເປືອກໝາກກ້ຽງ ມີຜົນຕໍ່ການເຮັດວຽກຂອງລະບົບປະສາດ ແລະສະໝອງ ເຊິ່ງມີລິດຄ້າຍຄືຢາກ່ອມປະສາດ ຊ່ວຍໃຫ້ສະໝອງຜ່ອນຄາຍ ແລະນອນຫຼັບດີ
  4. ບໍາລຸງສາຍຕາ: ເບຕ້າແຄໂຣທີນ ແລະວິຕາມິນເອ ເປັນສານອາຫານທີ່ຊ່ວຍບຳລຸງສາຍຕາໄດ້
  5. ເປືອກໝາກກ້ຽງຮັກສາສິວ ແລະຜິວອັກເສບ: ເປືອກໝາກກ້ຽງມີນໍ້າມັນຫອມລະເຫີຍຫຼາຍຊະນິດ ທັງຊິຕຣັລ, ເຈີຣານິອອລ ແລະໄລນາໂລອອລ ທີ່ມີສ່ວນຊ່ວຍທຳຄວາມສະອາດ ໂດຍສະເພາະບ່ອນທີ່ເປັນສິວ ຫຼືມີສິວອັກເສບຍ້ອນມີສິ່ງເປິເປື້ອນຖືກໃບໜ້າ, ດ້ວຍການເອົາເປືອກໝາກກ້ຽງມາລ້າງສະອາດ ແລ້ວເອົາໄປບົດລະອຽດ ປະສົມກັບນໍ້າຕົ້ມເລັກໜ້ອຍແລ້ວເອົາມາທາໃສ່ບ່ອນມີສິວ ຫຼືພອກໜ້າບ່ອນທີ່ມີສິວອັກເສບປະໄວ້ 20-30 ນາທີ ແລ້ວລ້າງອອກ ອາການອັກເສບຈະຄ່ອຍໆດີລົງ
  6. ແກ້ກົດໄຫຼກັບ: ຜົນການສຶກສາຂອງ University of Michigan Health System ບອກວ່າ ຫາກເອົາເປືອກໝາກກ້ຽງມາຕາກໃຫ້ແຫ້ງປະມານ 1-2 ກຣາມ ມາຕົ້ມກັບນໍ້າ 3 ຖ້ວຍ ແລ້ວເອົາມາກິນ ຈະຊ່ວຍແກ້ອາການອາຫານບໍ່ຍ່ອຍ ຫຼືກົດໄຫຼກັບໄດ້, ເພາະເປືອກໝາກກ້ຽງມີ ສານໂພລີແຊກຄາໄລ ຊະນິດທີ່ບໍ່ລະລາຍນໍ້າ ທີ່ສາມາດກະຕຸ້ນການຍ່ອຍອາຫານ ແລະຍັງມີສານແທນນິນ ແລະເຮມິເຊລລູໂລສ ທີ່ຊ່ວຍຫຼຸດກົດຫຼາຍໃນກະເພາະອາຫານ, ຊ່ວຍຢັບຢັ້ງການຍ່ອຍອາຫານໃຫ້ສະດວກຂຶ້ນ ບໍ່ທ້ອງອືດອີກຕໍ່ໄປ
  7. ຕ້ານເຊວມະເຮັງ: ເບຕ້າແຄໂຣທີນ ໃນເປືອກໝາກກ້ຽງສາມາດປ່ຽນເປັນວິຕາມິນເອ ທີ່ຊ່ວຍກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນໄດ້ ແລະເບຕ້າແຄໂຣທີນ ເປັນສານຕ້ານອະນູມູນອິດສະລະ ເຊິ່ງສາມາດປ້ອງກັນກາຍຂະຫຍາຍພັນຂອງຮ່າງກາຍ ຫຼືປ້ອງກັນເຊວຈາກການຖືກທຳລາຍ ຫຼຸດໂອກາດສ່ຽງທີ່ເຊວໃນຮ່າງກາຍຈະກາຍເປັນເຊວມະເຮັງໄດ້

ສໍາລັບການກິນເປືອກໝາກກ້ຽງນີ້ ຫຼາຍຄົນບໍ່ກ້າກິນເພາະມີລົດຊາດຂົມ ດັ່ງນັ້ນວິທີທີ່ງ່າຍທີ່ສຸດຄື ເອົາເປືອກໝາກກ້ຽງໄປຈີ່ຈົນສຸກ ເຊິ່ງຈະເຮັດໃຫ້ເປືອກໝາກກ້ຽງຫອມ, ລົດຊາດຂົມກໍຫຼຸດລົງ ແລ້ວກິນງ່າຍຂຶ້ນ ເຊິ່ງຈະເອົາເປືອກໝາກກ້ຽງປາດເປັນປ່ຽງນ້ອຍໆ ປະສົມກັບນໍ້າສະລັດ ຫຼືໂຮຍໃສ່ໜ້າອາຫານທີ່ເຮົາມັກກໍໄດ້, ແຕ່ການກິນໝາກກ້ຽງ ຫຼືເປືອກໝາກໄມ້ຊະນິດໃດກໍຕາມ ຢ່າລືມລ້າງໃຫ້ສະອາດ ແລະແນ່ໃຈວ່າປອດສານພິດກ່ອນຈຶ່ງຄ່ອຍກິນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...