spot_img
Homeຂ່າວທ້ອງຖິ່ນຈີນ ລົງທຶນຢູ່ ແຂວງຫລວງພະບາງ ທັງໝົດ 46 ໂຄງການ

ຈີນ ລົງທຶນຢູ່ ແຂວງຫລວງພະບາງ ທັງໝົດ 46 ໂຄງການ

Published on

​ແຂວງ​ຫລວງ​ພະ​ບາງ ໃນປີຜ່ານ​ມາ​ ມີ​ນັກ​ລົງທຶນຈາກ ສປ ຈີນ ເຂົ້າ​ມາ​ລົງທຶນ​ ໃນ​ກິດຈະການ​ສໍາ​ປະທານ ຫລາຍ​ກວ່າ 40 ​ໂຄງການ, ມູນ​ຄ່າ 22,50 ລ້ານ​ໂດ​ລາ​ສະຫະລັດ. ພາຍຫລັງ​ພັກ ​ແລະ ລັດຖະບານ ​ເປີດ​ປະຕູ​ໂດຍ​ຫັນ​ຈາກ​ ເສດຖະກິດ​ແຜນການ ​ໄປ​ສູ່​ເສດຖະກິດຕະຫລາດ ທີ່​ມີ​ນະ​ໂຍບາຍ​ ເພື່ອ​ຊຸກຍູ້ ​ແລະ ສົ່ງ​ເສີມ​ໃຫ້​ບັນດາ​ ພາກ​ທຸລະ​ກິດ​ເອກະ​ຊົນ ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ມີ​ສ່ວນ​ຮ່ວມ​ ໃນ​ການ​ພັດທະນາ ​ເສດຖະກິດ-ສັງຄົມ ​ໃຫ້​ນັບ​ມື້​ກວ້າງຂວາງ ​ແລະ ມີ​ປະສິດທິ​ຜົນ.

ທ່ານນາງ ສິລິ​ພອນ ສຸພັນ​ທອງ ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະ ການ​ລົງທຶນ ​ແຂວງ​ ຫລວງ​ພະ​ບາງ ​ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ວ່າ: ການ​ລົງທຶນ​ໃນ​ກິດຈະການ​ ສໍາ​ປະທານ​ແຕ່​ປີ 2011-2016 ​ໄດ້​ມີ​ນັກ​ລົງທຶນ​ຈາກ ສປ ຈີນ ​ເຂົ້າ​ມາ​ລົງທຶນ​ທັງ​ໝົດ 46 ​ໂຄງການ, ມູນ​ຄ່າ 22,50 ລ້ານ​ໂດ​ລາ​ສະຫະລັດ. ​ໃນ​ນັ້ນ​ຂົງ​ເຂດ​ ກະ​ສີ​ກໍາ-ປ່າ​ໄມ້ ​ແລະ ການ​ປະມົງ​ມີ 29 ​ໂຄງການ​ມູນ​ຄ່າ 12,20 ລ້ານ​ໂດ​ລາ​ສະຫະລັດ, ຂົງ​ເຂດ​ການ​ບໍລິ​ການມີ 11 ​ໂຄງການ ມູນ​ຄ່າ 7,80 ລ້ານ​ໂດ​ລາ​ສະຫະລັດ ​ແລະ ຂົງ​ເຂດ​ອຸດ​ສະຫະ​ກໍາ ​ມີ 6 ​ໂຄງການ​ ມູນ​ຄ່າ 2,50 ລ້ານ​ໂດ​ລາ​ສະຫະລັດ.

ນອກຈາກ​ນັ້ນ, ​ຍັງ​ມີ​ໂຄງການ​ລົງທຶນ​ ຂອງ​ລັດຖະບານ (ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ) ​ໂດຍ​ນໍາ​ໃຊ້​ທຶນ​ກູ້​ຢືມ​ຈາກ ສປ ຈີນ ​ໂຄງການ​ກໍ່​ສ້າງ​ ເຂື່ອນ​ໄຟຟ້າ​ນໍ້າຕົກ​ນໍ້າ​ຄານ 2 ​ເມືອງ​ຊຽງ​ເງິນ ມີ​ກໍາລັງ​ຕິດ​ຕັ້ງ 130 MW ມີ​ມູນ​ຄ່າ​ການ​ລົງທຶນ 308,50 ລ້ານ​ໂດ​ລາ​ສະຫະລັດ; ​ໂຄງການ​ກໍ່ສ້າງ​ເຂື່ອນ​ ໄຟຟ້າ​ນໍ້າຕົກ​ນໍ້າ​ຄານ 3 ມີ​ກໍາລັງ​ຕິດ​ຕັ້ງ 60 MW ມູນ​ຄ່າ​ການ​ລົງທຶນ 132,77 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ໂຄງການ​ກໍ່ສ້າງ​ເຂື່ອນ ​ໄຟຟ້າ​ນໍ້າຕົກ​ນໍ້າ​ງື່ມ 5 (ນໍ້າ​ຕິ່​ງ) ບ້ານ​ຈີມ ​ເມືອງ​ພູ​ຄູນ ມີ​ກໍາລັງ​ຕິດ​ຕັ້ງ ມູນ​ຄ່າ​ການ​ລົງທຶນ 200 ລ້ານ​ໂດ​ລາ​ສະຫະລັດ, ສາມາດ​ຜະລິດ​ໄຟຟ້າ​ໄດ້ 507 ກິ​ໂລ​ວັດ​ໂມງ/ປີ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...