spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫຼຸບການເກີດອຸບັດຕິເຫດຕາມທ້ອງຖະໜົນ ຢູ່ຊຽງຂວາງ ປີ 2016

ສະຫຼຸບການເກີດອຸບັດຕິເຫດຕາມທ້ອງຖະໜົນ ຢູ່ຊຽງຂວາງ ປີ 2016

Published on

ຕາມການລາຍງານຂອງ ປກສ ແຂວງຊຽງຂວາງ ໄດ້ສະຫຼຸບອຸປະຕິເຫດຕາມຖະໜົນໃນປີ 2016 ຜ່ານມາວ່າ ທົ່ວແຂວງຊຽງຂວາງ ມີອຸບັດຕິເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 105 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 83 ຄັນ, ເປ່ເພສົມຄວນ 89 ຄັນ, ໃຊ້ການບໍ່ໄດ້ 19 ຄັນ; ຄົນໄດ້ຮັບບາດເຈັບເລັກໜ້ອຍ 59 ຄົນ, ເຈັບສົມຄວນ 40 ຄົນ, ສາຫັດ 30 ຄົນ ແລະເສຍຊີວິດ 21 ຄົນ, ລວມມູນຄ່າເສຍຫາຍທັງໝົດ 4.069.600.000 ກີບ; ທຽບໃສ່ປີ 2015 ອຸບັດຕິເຫດຕາມທ້ອງຖະໜົນເພີ່ມຂຶ້ນ 48 ຄັ້ງ, ຄົນເສຍຊີວິດເພີ່ມຂຶ້ນ14 ຄົນ.

ເຊິ່ງສາເຫດຫຼັກທີ່ພາໃຫ້ເກີດອຸປະຕິເຫດ ແມ່ນການໃຊ້ຄວາມໄວເກີນກຳນົດ ແລະດື່ມສິ່ງມຶນເມົາແລ້ວຂັບຂີ່

ເມື່ອເຫັນໂຕເລກດັ່ງກ່າວແລ້ວ, ຈຶ່ງຮຽກຮ້ອງເຖິງພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ຖ້າຫາກບໍ່ຕ້ອງການໃຫ້ສະຖິຕິທີ່ບໍ່ດີແບບນີ້ເພີ່ມຂຶ້ນທຸກປີ ກໍຄວນຊ່ວຍກັນໂຄສະນາສຶກສາອົບຮົມລູກ-ຫຼານ, ຍາດພີ່ນ້ອງ ໃຫ້ຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນຕາມທ້ອງຖະໜົນຢ່າງເຂັ້ມງວດ

ຂ່າວ: ໜັງສືພິມ ປກສ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...