Homeຂ່າວພາຍ​ໃນແມ່ນ້ອງແປ້ງ ບໍ່ເຊື່ອວ່າລູກໂດດຕຶກຕາຍ

ແມ່ນ້ອງແປ້ງ ບໍ່ເຊື່ອວ່າລູກໂດດຕຶກຕາຍ

Published on

ລາຍງານຂ່າວຈາກ ສຳນັກຂ່າວຊ່ອງ 3 ຂອງໄທ ວານນີ້ 5 ສິງຫາ 2014 ເວລາ 14:00 ທີ່ສຳນັກງານຕຳຫຼວດແຫ່ງຊາດ ທ່ານສຸທັດ ເງິນໝື່ນ ກຳມະການສະພາທີ່ປຶກສາພັກປະຊາທິປັດ ໄດ້ພານາງ ພອນ ຊຸມພົນພັກດີ, ນາງ ວຽງສະໝອນ ຊຸມພົນພັກດີ, ທ້າວ ທານຕະວັນ ໄຊວະວົງ ແມ່, ເອື້ອຍ ແລະພໍ່້ລ້ຽງຂອງ ນາງ ຕ່າຍ ດາວເຮືອງ ຫຼືນ້ອງແປ້ງ ສາວລາວທີ່ເກີດເຫດຕົກຕຶກເສຍຊີວິດແຖວຫ້ວຍຂວາງເສຍ ກຸງເທບ ປະເທດໄທ ເຂົ້າພົບ ພົນເອກ ເອກ ອັງສະນານົນ ຮອງ ຜູ້ບັນຊາການຕຳຫຼວດແຫ່ງຊາດໄທ ເພື່ອຂໍໃຫ້ຕຳຫຼວດເລັ່ງລັດຕິດຕາມຄະດີ ເນື່ອງຈາກພີ່ນ້ອງຂອງຜູ້ເສຍຊີວິດຍັງຕິດໃຈວ່າການເສຍຊີວິດຂອງນ້ອງແປ້ງບໍ່ໄດ້ເກີດຈາກການໂດດຕຶກເພື່ອຂ້າໂຕຕາຍ ຫຼືເປັນການເກີດອຸບັດເຫດເອງ.

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...