spot_img
Homeນານາສາລະປະໂຫຍດ 7 ຂໍ້ຂອງຫົວຫອມບົ່ວ ທີ່ຫຼາຍຄົນອາດບໍ່ຮູ້

ປະໂຫຍດ 7 ຂໍ້ຂອງຫົວຫອມບົ່ວ ທີ່ຫຼາຍຄົນອາດບໍ່ຮູ້

Published on

ສະໝຸນໄພໃນຄົວເຮືອນທີ່ໃກ້ຕົວເຮົາທີ່ເຮົາເຫັນມາຕັ້ງແຕ່ນ້ອຍ ແລະມັກເບິ່ງຂ້າມມັນ, ຫຼາຍຄົນອາດຍັງບໍ່ຮູ້ວ່າ ຫົວຫອມບົ່ວ ເປັນຢາສະໝຸນໄພທີ່ມີປະສິດທິພາບ ແລະດີຕໍ່ສຸຂະພາບທີ່ຄວນກິນໃຫ້ຫຼາຍ ເພື່ອເຮັດໃຫ້ຮ່າງກາຍແຂງແຮງ

  1.  ການຫົວກິນຫອມແດງ ແບບສົດໆດ້ວຍການກິນ 1 ຫົວທຸກວັນ ຈະເຮັດໃຫ້ເຊື້ອຈຸລິນຊີໃນຊ່ອງປາກໝົດໄປ
  2.  ຫົວຫອມບົ່ວຈະຊ່ວຍ ເລັ່ງການເຮັດວຽກຂອງຕ່ອມໄທຣອຍ ແລະຕັບອ່ອນ, ຍັງເພີ່ມປະສິດທິພາບໃນການຫຼັ່ງສານເຄມີໃນຮ່າງກາຍ ທີ່ຊ່ວຍກະຕຸ້ນການເຮັດວຽກຂອງອະໄວຍະວະຕ່າງໆ
  3.  ຫົວຫອມບົ່ວ ຊ່ວຍຫຼຸດອາການໄອ ທີ່ກໍ່ໃຫ້ເກີດຂີ້ກະເທິ ແລະຍັງຊ່ວຍຮັກສາອາການສຽງແຫບ, ໄຂ້ຫວັດເຈັບຄໍ, ປອດບວມ, ຫຼອດລົມອັກເສບ ແລະພະຍາດຫອບຫືດ
  4.  ຫົວຫອມບົ່ວ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອຈຸລິນຊີ ທີ່ເປັນອັນຕະລາຍຕໍ່ລຳໄສ້, ປ້ອງກັນ ແລະບັນເທົາອາການອັກເສບຂອງລຳໄສ້
  5. ຫົວຫອມບົ່ວ ຊ່ວຍເພີ່ມຄວາມຢາກອາຫານ ແລະຊ່ວຍຄວບຄຸມຂະບວນການເຮັດວຽກຂອງການຍ່ອຍອາຫານໃຫ້ດີຂຶ້ນ ຊ່ວຍຫຼຸດບັນຫາທ້ອງຜູກ ແລະທ້ອງອືດໄດ້
  6. ໝາກໄຂ່ຫຼັງຂັບສິ່ງເສດເຫຼືອອອກຈາກຮ່າງກາຍ ແລະຫອມບົ່ວແດງຍັງຊ່ວຍຮັກສາໝາກໄຂ່ຫຼັງ ແລະຫຼຸດບັນຫາຂອງພະຍາດພົກນໍ້າປັດສະວະ ແລະຕ່ອມລູກໝາກ
  7.  ຫົວຫອມບົ່ວ ຊ່ວຍເລັ່ງໃນການຂັບສິ່ງເສດເຫຼືອ ແລະສານພິດອອກຈາກຮ່າງກາຍ ແລະຍັງຊ່ວຍໃນການຮັກສາພະຍາດຂໍ້ອັກເສບໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...