spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຕຳຫຼວດ ນໍາໂຕ 2 ຜູ້ຖືກຫາ​ ໄປທໍາແຜນ​ປະທຸສະກໍາປະກອບສໍານວນຄະດີເຫດການຄາດຕະກຳ

ເຈົ້າໜ້າທີ່ຕຳຫຼວດ ນໍາໂຕ 2 ຜູ້ຖືກຫາ​ ໄປທໍາແຜນ​ປະທຸສະກໍາປະກອບສໍານວນຄະດີເຫດການຄາດຕະກຳ

Published on

ຊາຍໜຸ່ມ 2 ຄົນ ເລືອກຫົນທາງລ້ຽງປາກ-ທ້ອງແບບຜິດກົດໝາຍ ດ້ວຍການຊອກລັກໄກ່ຊາວບ້ານ ແຕ່ເຫດການກັບກາຍເປັນເລື່ອງໃຫຍ່ ເມື່ອເຈົ້າຂອງໄກ່ເຂົ້າມາເຫັນພຶດຕິກຳຂອງສອງໜຸ່ມ ດ້ວຍຄວາມຢ້ານຖືກຈັບໄດ້ ຈິ່ງຫັນມາທຳຮ້າຍຮ່າງກາຍເຈົ້າຂອງຊັບຈົນດັບຊີວິດໃນທີ່ສຸດ ເຫດຄາດຕະກຳລາຍນີ້ເກີດຂຶ້ນໃນທ້າຍເດືອນພະຈິກ 2016 ທີ່ຜ່ານມາ
ໃນທີ່ສຸດເມື່ອວັນທີ 01 ທັນວາ 2016 ເຈົ້າໜ້າທີ່ຕຳຫຼວດກອງຄະດີ ກອງບັນຊາການ ປກສ ເມືອງ ໄຊທານີ ນະຄອນ ຫຼວງວຽງຈັນ ກໍ່ສາມາດຈັບກຸມຕົວ 2 ຜູ້ກໍ່ເຫດໄດ້ຄື: ທ້າວ ລອງດີ ຫຼື ແອນ້ອຍ ອາຍຸ 31 ປີ ແລະ ທ້າວ ແອ ອາຍຸ 25 ປີ ທັງສອງເປັນຄົນວ່າງງານ ອາໃສຢູ່ບ້ານ ທົ່ງມັ່ງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ.
ໃນວັນທີ 28 ທັນວາ 2016 ຜ່ານມາ ເຈົ້າໜ້າທີ່ຕຳຫຼວດກອງຄະດີ ເມືອງ ໄຊທານີ ໄດ້ນຳໂຕທັງສອງໄປທຳແຜນປະທຸສະກໍາປະກອບສໍານວນຄະດີເຫດການຄາດຕະກຳ ທ້າວ ແກ້ວ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທັງສອງໄດ້ຮັບສາລະພາບວ່າ ໄດ້ຄາດຕະກຳ ທ້າວ ແກ້ວແທ້ ເຊິ່ງເຫດການໄດ້ເກີດຂຶ້ນໃນຄືນຂອງວັນທີ 27 ພະຈິກ 2016 ທັງສອງໄດ້ພາກັນໄປລັກໄກ່ຂອງທ້າວ ແກ້ວ ແຕ່ເມື່ອໄປຮອດສະຖານທີ່ກໍ່ເຫັນເຈົ້າຂອງໄກ່ (ທ້າວ ແກ້ວ) ນັ່ງເຝົ້າຄອກໄກ່ ດັ່ງນັ້ນຈິ່ງໄດ້ພາກັນກັບຄືນ ຈົນຕົກມາຮອດເວລາ 01:00 ໂມງເຊົ້າ ຂອງວັນທີ 28 ພະຈິກ 2016 ທັງສອງຈິ່ງກັບຄືນໄປບ່ອນລ້ຽງໄກ່ອີກຄັ້ງ ແລະ ເວລານັ້ນ ທ້າວ ລອງດີ ໄດ້ຈັບເອົາເຫຼັກກົມທ່ອນຫນຶ່ງໄປນຳ ເມື່ອໄປຮອດຄອກໄກ່ແລ້ວ ທ້າວ ລອງດີ ກໍ່ເປັນຄົນເຂົ້າໄປລັກ ສ່ວນທ້າວ ແອ ແມ່ນເປັນຄົນສັງເກດເບິ່ງຕົ້ນທາງໃຫ້ ເວລານັ້ນພວກເຂົາຄິດວ່າເຈົ້າຂອງໄກ່ເມືອນອນແລ້ວ ແຕ່ພັດເຫັນທ້າວ ແກ້ວ ຂີດກັບໄຟໃສ່ ດັ່ງນັ້ນ ທ້າວ ແອ ຈິ່ງໄດ້ຮ້ອງໃສ່ທ້າວ ລອງດີ ວ່າມີຄົນມາ ຫຼັງຈາກນັ້ນ ທ້າວ ລອງດີ ກໍ່ໄດ້ແລ່ນອອກມາຈາກຄອກໄກ່ ແຕ່ທ້າວ ແກ້ວ ກໍ່ໂດດຈັບແຂນຂອງທ້າວ ລອງດີ ໄວ້ ຫຼັງຈາກນັ້ນທ້າວ ລອງດີ ຈິ່ງເອົາເຫຼັກທີ່ຖືມານຳຕີໃສ່ຄາງຂອງທ້າວ ແກ້ວ 2 ເທື່ອ ແລະ ຕີໃສ່ແຂນອີກ 1 ເທື່ອ ເຮັດໃຫ້ທ້າວ ແກ້ວ ລົ້ມຟຸບລົງທີ່ພື້ນ ແລະ ທ້າວ ແອ ໄດ້ໂຈມເອົາ ທ້າວ ແກ້ວ ຂຶ້ນມາ ແລະ ເອົາມືແປະໃສ່ດັງ ແຕ່ເຫັນວ່າທ້າວ ແກ້ວ ຍັງຫາຍໃຈຢູ່ ຈິ່ງພາກັນປະຮ່າງຄີງຂອງ ທ້າວ ແກ້ວ ແລ້ວພາກັນແລ່ນໜີໄປ ຕໍ່ກັບເຫດການທຳຮ້າຍຮ່າງກາຍໃນຄືນນັນ ຈິ່ງເຮັດໃຫ້ທ້າວ ແກ້ວ ເສຍຊີວິດໃນເວລາຕໍ່ມາ.
ຂ່າວ/ພາບ: ບຸນທໍາ
ແຫລ່ງຂ່າວຈາກ: http://www.abclaosnews.com/2017/01/2.html

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...