spot_img
Homeຂ່າວການພັດທະນາຄາດໝາຍໃຫຍ່ໃນການພັດທະນາປະເທດປີ 2017

ຄາດໝາຍໃຫຍ່ໃນການພັດທະນາປະເທດປີ 2017

Published on

ດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ, ແຜນງົບປະມານ ແລະ ເງິນຕາປະຈໍາປີ 2017 ລະບຸວ່າ: ປີ 2017 ເປັນປີທີສອງຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020) ແລະ ເປັນປີທໍາອິດທີ່ເລີ່ມຈັດຕັ້ງປະຕິບັດແຜນປະຈໍາປີຕາມປີປະຕິທິນ, ຊຶ່ງລັດຖະບານໄດ້ກໍານົດຄາດໝາຍໃຫຍ່ຄື: ສືບຕໍ່ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງໜັກແໜ້ນ, ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ປັບປຸງວິສາຫະກິດຂອງລັດໃຫ້ເຂັ້ມແຂງມີປະສິດທິຜົນ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງເສີມການ

ຜະລິດຂອງບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມ ແຂງສາມາດແຂ່ງຂັນໄດ້, ສືບຕໍ່ແກ້ໄຂຄວາມທຸກຍາກຕິດພັນກັບການປະຕິບັດວຽກງານ 3 ສ້າງໃຫ້ເຂົ້າສູ່ລວງເລິກ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພັດທະນາພື້ນຖານໂຄງລ່າງໃຫ້ດີ ເພື່ອສ້າງເງື່ອນໄຂດຶງດູດການລົງທຶນ, ຊຸກຍູ້ການຜະລິດ, ຫລຸດຕົ້ນທຶນຂອງທຸລະກິດ, ທັງເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດ, ປັບປຸງຄຸນນະພາບການສຶກສາ, ສາທາລະນະສຸກ, ຍົກລະດັບສີມືແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ, ຍົກສະມັດຕະພາບຂອງການຜະລິດ ແລະ ບໍລິການໃຫ້ສູງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ເອກະຊົນໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງ ເພື່ອຮັບປະກັນຜົນປະໂຫຍດຂອງລັດ, ແກ້ໄຂສະພາບຄ່ອງເສດຖະກິດ, ຄຸ້ມຄອງບໍລິຫານໜີ້ສີນໃຫ້ເຂັ້ມງວດ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນຕາມທິດຍືນຍົງສີຂຽວ.

ສໍາລັບຄາດໝາຍສູ້ຊົນຕົ້ນຕໍແມ່ນຮັບປະກັນໃຫ້ລວມຍອດຜະລິດຕະພັນພາຍໃນ GDP ບໍ່ຫລຸດ 7%, ໃນນີ້ຂະແໜງກະສິກໍາເພີ່ມຂຶ້ນ 3,1% ກວມປະມານ 18,8%, ອຸດສະຫະກໍາເພີ່ມຂຶ້ນ 8,9% ກວມປະມານ 37,2%,ບໍລິການເພີ່ມຂຶ້ນ 7,8% ກວມປະມານ 34,7%, ພາສີ-ອາກອນ ແລະ ການນໍາເຂົ້າເພີ່ມຂຶ້ນ 5% ກວມປະມານ 9,3% ຂອງ GDP ແລະ ລາຍໄດ້ສະເລ່ຍຢູ່ໃນລະດັບ 2.341 ໂດລາສະຫະລັດຕໍ່ຄົນຕໍ່ປີ, ເກັບລາຍຮັບງົບປະມານໃຫ້ໄດ້ 23.941 ຕື້ກີບ, ລາຍຈ່າຍບໍ່ໃຫ້ເກີນ 32.402 ຕື້ກີບ, ຂາດດຸນບໍ່ໃຫ້ເກີນ 8.461 ຕື້ກີບ, ຜະລິດເຂົ້າໃຫ້ໄດ້ 4,35 ລ້ານໂຕນ, ຜະລິດໄຟຟ້າໃຫ້ໄດ້ 30 ພັນລ້ານກິໂລວັດໂມງ, ດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ຫລາຍກວ່າ 5,4 ລ້ານຄົນ, ສ້າງລາຍຮັບປະມານ 875 ລ້ານໂດລາສະຫະລັດ, ອັດຕາການລອດເຫລືອຂອງນັກຮຽນ ປ1-ປ5 ໃຫ້ເພີ່ມຂຶ້ນຈາກ 79,6% ເປັນ 82%, ເຮັດໃຫ້ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນຈາກ 82,2% ເພີ່ມເປັນ 85% ແລະ ອັດຕາເຂົ້າຮຽນຊັ້ນມັດທະຍົມປາຍຈາກ 47,8% ເພີ່ມຂຶ້ນເປັນ 51%, ສ່ວນອັດຕາການຕາຍຂອງເດັກລຸ່ມ 1 ປີໃຫ້ຍັງເຫລືອ 43 ຄົນຕໍ່ເດັກເກີດມີຊີວິດພັນຄົນ, ອັດ ຕາເດັກນ້ອຍລຸ່ມ 5 ປີທີ່ມີນໍ້າໜັກຕໍ່າກວ່າມາດຕະຖານໃຫ້ຫລຸດລົງເຫລືອ 22%, ອັດຕາເດັກລຸ່ມ 5 ປີທີ່ເຕ້ຍໃຫ້ຍັງເຫລືອ 35% ແລະ ພັດທະນາດ້ານສີມືແຮງງານໃຫ້ໄດ້ຫລາຍກວ່າ 131 ພັນຄົນ, ນອກ ຈາກນີ້ຕ້ອງເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫລຸດລົງ 5.580 ຄອບຄົວ ແລະ ບ້ານທຸກຍາກຫລຸດລົງ 178 ບ້ານ.

ດໍາລັດດັ່ງກ່າວຍັງລະບຸອີກວ່າ: ມອບໃຫ້ອົງການກວດກາລັດຖະບານເອົາໃຈໃສ່ຕິດຕາມກວດກາບັນດາກະຊວງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມສົກປີ 2017 ເພື່ອຮັບປະກັນໃຫ້ການປະຕິບັດສອດຄ່ອງຕາມລະບຽບກົດໝາຍ ແລະ ປະຕິບັດມາດຕະການຕ່າງໆເພື່ອຕ້ານການສໍ້ລາດບັງຫລວງຢ່າງເຂັ້ມງວດ.

ແຫລ່ງຂ່າວຈາກ: http://laophatthananews.blogspot.com/2017/01/2017_4.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...