spot_img
Homeຂ່າວພາຍ​ໃນຜົນຂອງການແຂ່ງຂັນບານເຕະນັດ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພົບກັບ ສະໂມສອນບູລິລຳ ຢູໄນເຕັດ

ຜົນຂອງການແຂ່ງຂັນບານເຕະນັດ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພົບກັບ ສະໂມສອນບູລິລຳ ຢູໄນເຕັດ

Published on

ເປີດປະຫວັດສາດໜ້າໃໝ່ແຫ່ງວົງການບານລາວ ໃນການແຂ່ງຂັນລາຍການ Toyota Mekong Club Championship 2016 ຮອບຊິງຊະນະເລີດ ເຊິ່ງເປັນການເປີດບ້ານຕ້ອນຮັບ ທີມແຊັມເກົ່າຂອງລາຍການ ຢ່າງ ສະໂມສອນ ບູລີລຳ ຢູໄນເຕັດ ງານນີ້ ທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ຟິດເຕັມທີ່ທັງກຳລັງກາຍ ແລະ ກຳລັງໃຈ ເມື່ອໄດ້ຮັບກຳລັງໃຈຈາກແຟນບານລາວທົ່ວປະເທດທີ່ສົ່ງໃຫ້ ໃນທີ່ສຸດກໍ່ບໍ່ເຮັດໃຫ້ແຟນບານຊາວລາວທັງປະເທດຜິດຫວັງ ໂດຍ ທັບຊ້າງສານ ສາມາດເອົາຊະນະ ທີມ ສະໂມສອນ ບູລີລຳ ຢູໄນເຕັດ ຄາບ້ານ 1-0

25888

ການແຂ່ງຂັນດຳເນີນໄປຢ່າງດຸເດືອດ ຕະຫຼອດ 90 ນາທີ ເຄິ່ງເວລາທຳອິດ ທີມຊ້າງສານກໍ່ສາມາດເຮັດປະຕູຂຶ້ນນຳໄປກ່ອນ ໂດຍການຍິງຂອງ ຄຳແພງ ໃນນາທີທີ 16 ເມື່ອຮອດເຄິ່ງຫຼັງ ທີມສະໂມສອນ ບູລີລຳ ຢູໄນເຕັດ ເປີດເກມບຸກເຕັມທີ່ ພະຍາຍາມຫວັງເອົາປະຕູ ການແຂ່ງຂັນໄດ້ທົດເວລາອອກໄປຕື່ມອີກ 4 ນາທີ ແຕ່ ທີມສະໂມສອນ ບູລີລຳ ຢູໄນເຕັດ ກໍ່ບໍ່ສາມາດເຮັດປະຕູຕີສະເໝີໄດ້ ເມື່ອຈົບເວລາການແຂ່ງຂັນ ທີມສະໂມສອນ ລ້ານຊ້າງ ຢູໄນເຕັດ ເອົາຊະນະໄປຢ່າງວຸດວິດ 1-0

ແຕ່ຍັງບໍ່ຈົບພຽງເທົ່ານີ້ ແຟນບານຊາວລາວຍັງຕ້ອງສົ່ງແຮງໃຈໄປເຊຍ ທັບຊ້າງສານອີກໃນນັດຕໍ່ໄປ ນັດສຸດທ້າຍຂອງລາຍການ ເຊິ່ງນັດໜ້າທາງ ເຊິ່ງທັບຊ້າງສານ ຈະເປັນຝ່າຍໄປບຸກ ສະໂມສອນ ບູລີລຳ ຢູໄນເຕັດ ໃນວັນທີ 8 ມັງກອນ 2017
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...