spot_img
Homeຂ່າວເຫດການສົກປີ 2016 ສານປະຊາຊົນພາກກາງ ແກ້ໄຂຄະດີ 424 ເລື່ອງ

ສົກປີ 2016 ສານປະຊາຊົນພາກກາງ ແກ້ໄຂຄະດີ 424 ເລື່ອງ

Published on

ກອງປະຊຸມສະຫຼຸຸບຜົນງານ ການເຄື່ອນໄຫວປະຕິ ບັດໜ້າທີ່ວຽກງານຂອງສານ ປະຊາຊົນພາກກາງປະຈຳປີ 2016 ແລະ ທິດທາງການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ໃນ ປີ 2017 ໄດ້ຈັດຂຶ້ນເມື່ອວັນທີ 26 ທັນວາ 2016 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມສານ ດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ປະທານສານ ປະຊາຊົນສູງສຸດ, ມີປະທານ, ຮອງປະທານ ສານປະຊາຊົນພາກກາງ, ພະນັກງານພາຍໃນສານດັ່ງກ່າວເຂົ້າຮ່ວມ.

ທ່ານ ສົມສັກ ໄຕບຸນລັກ ເລຂາໜ່ວຍພັກ ປະທານສານ ປະຊາຊົນພາກກາງ ໄດ້ສະຫຼຸຸບ ການເຄື່ອນໄຫວໜ້າທີ່ວຽກງານ ຂອງສານປະຊາຊົນພາກກາງ ປະຈຳປີ 2016 ແລະ ທິດທາງ ແຜນການເຄື່ອນໄຫວປະຈຳປີ 2017 ໂດຍໄດ້ຍົກ ໃຫ້ເຫັນວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ຄະນະນຳສານປະຊາຊົນພາກກາງ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ, ເອົາ ໃຈໃສ່ສຶກສາອົບຮົມບັນດາ ອ້າຍເອື້ອຍ ນ້ອງສະມາຊິກພັກ, ພະນັກງານ ແລະ ລັດຖະກອນ ໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່ ເພື່ອເດີນຕາມແນວທາງປ່ຽນແປງໃໝ່ຂອງພັກ ໂດຍຢຶດໝັ້ນ ທິດສະດີມາກ-ເລ ນິນ ເປັນກົກ ຕິດພັນກັບແນວຄິດ ໄກສອນ ພົມວິຫານ, ຕໍ່ກັບ ວຽກງານວິຊາສະເພາະໄດ້ເອົາ ໃຈໃສ່ຊີ້ນຳໆພາການດຳເນີນ ແກ້ໄຂຄະດີຢູ່ໃນຄວາມຮັບຜິດຊອບ ຂອງສານປະຊາຊົນພາກກາງ ຢ່າງເປັນປະຈຳເຮັດໃຫ້ ການແກ້ໄຂຄະດີຮັບປະກັນ ຕາມຫຼັກການ, ຮອບດ້ານ, ຄົບຖ້ວນ, ພາວະວິໄສ, ການພິພາກສາຄະດີມີທ່ວງທ່າ ດີຂຶ້ນ ເທື່ອລະກ້າວ ສະແດງໃຫ້ເຫັນ ວ່າຄວາມຖືກຕ້ອງສອດຄ່ອງ ກັບເຫດການຕົວຈິງນັບມື້ດີຂຶ້ນ, ການແກ້ໄຂຄະດີມີຄວາມວ່ອງໄວທັນກຳນົດ ເວລາທີ່ກົດໝາຍກຳນົດໄວ້.

ການແກ້ໄຂນັບແຕ່ ເດືອນມັງກອນ-ທັນວາ 2016 ຄະດີຄ້າງມາ 103 ເລື່ອງ, ເຂົ້າ ໃໝ່ 458 ເລື່ອງ ລວມ 561 ເລື່ອງ, ແກ້ໄຂຄະດີ 424 ເລື່ອງ, ຍັງຄ້າງ 137 ເລື່ອງ ເທົ່າກັບ 75,57%, ໄດ້ພິພາກສາປັບໃໝຜູ້ກະທຳຜິດ ເປັນເງິນຈຳນວນ 4.203.723.500 ກີບ, ຮິບວັດຖຸສິ່ງຂອງທີ່ໃຊ້ເຂົ້າ ໃນການກະທຳຜິດເຂົ້າເປັນ ຂອງລັດຄື: ຮິບເງິນຈຳນວນ 95.570.000 ກີບ, 1.467.660 ບາດ, 532.849 ໂດລາສະຫະລັດ, ໂທລະສັບ 56 ໜ່ວຍ, ລົດຈັກ 12 ຄັນ, ລົດໃຫຍ່ 17 ຄັນ, ເຮືອນ 1 ຫຼັງ: ດິນ 1 ຕອນ ແລະ ອາວຸດ 8 ກະບອກ ພ້ອມ ທັງພິພາກສາໃຫ້ໂຈດ ແລະ ຈຳເລີຍເສຍອາກອນໃຫ້ລັດ 331.914.220 ກີບ, 1.083.438 ບາດ ແລະ 239.440 ໂດລາສະຫະລັດ.

ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງ ປະທານສານປະຊາຊົນພາກກາງ ວ່າດ້ວຍການ ບັນຈຸສັບຊ້ອນ ແລະ ປັບປຸງ ການຈັດຕັ້ງຂອງບັນດາຄະນະສານ ແລະ ຂໍ້ຕົກລົງວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃຫ້ບຸກ ຄະລາກອນພາຍໃນ ສານປະຊາຊົນພາກກາງຕື່ມອີກ.

ຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...