spot_img
Homeຂ່າວເຫດການການລັກລອບຕັດໄມ້ຕາມຊາຍແດນ ຍັງເປັນສິ່ງທ້າທາຍຕໍ່ການແກ້ໄຂ!

ການລັກລອບຕັດໄມ້ຕາມຊາຍແດນ ຍັງເປັນສິ່ງທ້າທາຍຕໍ່ການແກ້ໄຂ!

Published on

cut tree
(ພາບປະກອບ)

 

ສປປ ລາວ ມີຊາຍແດນຕິດຈອດກັບຫລາຍປະເທດ, ຍ້ອນແນວນັ້ນຈຶ່ງເຮັດໃຫ້ກຸ່ມຄົນບໍ່ດີຈຳນວນໜຶ່ງ

ສວຍໂອກາດເຂົ້າມາເຄື່ອນໄຫວກະທຳການໃນສິ່ງທີ່ຜິດກົດໝາຍຫລາຍປະເພດ ໂດຍສະເພາະແມ່ນການ

ລັກລອບຕັດໄມ້ທຳລາຍປ່າໃນເຂດປ່າສະຫງວນຢ່າງເປັນຂະບວນ ຢູ່ປ່າສະຫງວນໃນເຂດເມືອງໝອກ

ແຂວງຊຽງຂວາງ ຊາຍແດນລາວ-ຫວຽດນາມ.

 

ຜ່ານການລົງກວດກາຕົວຈິງຂອງກົມກວດກາປ່າໄມ້ໃຫ້ຮູ້ວ່າ: ຂະບວນການທີ່ເຂົ້າໄປຕັດໄມ້ຢູ່ໃນເຂດດັ່ງ

ກ່າວມີທັງເປັນບໍລິສັດທີ່ໄດ້ຮັບອະນຸຍາດ ແລະ ກຸ່ມຄົນທີ່ເຂົ້າໄປລັກລອບຕັດ ມີທັງໄມ້ທ່ອນ ແລະ ເລື່ອຍ

ຊອຍ ເປັນຕັບຂົນອອກໄປຊາຍແດນ ເບື້ອງຫວຽດນາມດ້ວຍຮູບການເຂົ້າມາແບບກອງທັບມົດ ນຳໃຊ້

ເຊືອກສະລິງມັດໄມ້ທີ່ຕັດແລ້ວ ໃຊ້ເຄື່ອງຈັກດຶງເຂົ້າໄປເບື້ອງຫວຽດນາມ. ນອກຈາກນີ້, ບັນດາບໍລິສັດທີ່

ໄດ້ຮັບອະນຸຍາດຂຸດຄົ້ນໄມ້ຈາກລັດຖະບານ, ແຂວງ ແລະ ເມືອງຈຳນວນໜຶ່ງ ໄດ້ພາກັນຂຸດຄົ້ນເກີນໂກ

ຕາທີ່ອະນຸມັດເປັນຈຳນວນຫລາຍພັນແມັດກ້ອນ.

 

ທ່ານຫົວໜ້າກົມກວດກາປ່າໄມ້ໃຫ້ຮູ້ວ່າ: ຕໍ່ບັນຫາດັ່ງກ່າວ ທາງຂະແໜງການກ່ຽວຂ້ອງກໍໄດ້ນຳສະເໜີ

ໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ຮັບຊາບແລ້ວ ເພື່ອຮ່ວມກັນແກ້ໄຂ

ບັນຫາກ່ຽວກັບການເຂົ້າມາລັກລອບຕັດໄມ້ດັ່ງກ່າວ ແລະ ຍອມຮັບວ່າ: ໃນໄລຍະຜ່ານມາ ການກວດກາ

ສະພາບການຕັດໄມ້ແມ່ນພົບຄວາມຫຍຸ້ງຍາກຫລາຍ ດ້ວຍເນື່ອງຈາກວ່າຜູ້ເຂົ້າໄປລັກລອບຕັດໄມ້ສ່ວນ

ຫລາຍແມ່ນຢູ່ໃນເຂດຫ່າງໄກສອກຫລີກ, ບາງຈຸດບໍ່ມີເສັ້ນທາງໄປຮອດໄປເຖິງ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ປ່າ

ໄມ້ບໍ່ສາມາດເຂົ້າໄປກວດກາໄດ້, ນອກຈາກນີ້ ການສະໜອງງົບປະມານ, ພາຫະນະ ແລະ ເຄື່ອງມືໃນການ

ເຄື່ອນໄຫວວຽກງານດັ່ງກ່າວກໍຍັງມີຈຳກັດ, ຈຶ່ງເຮັດໃຫ້ວຽກງານຄຸ້ມຄອງ, ກວດກາປ່າໄມ້ຍັງເຮັດບໍ່ທັນໄດ້

ດີເທົ່າທີ່ຄວນ.

 

ແຫຼ່ງຂ່າວ: http://laophatthananews.blogspot.com/2014/08/blog-post_32.html

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...