spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ6 ວິທີການນອນທໍາລາຍສຸຂະພາບ                

6 ວິທີການນອນທໍາລາຍສຸຂະພາບ                

Published on

ການນອນບາງຄັ້ງກໍດີກັບຮ່າງກາຍ ແຕ່ບາງຄັ້ງກໍທຳລາຍສຸຂະພາບຂອງເຮົາໄດ້ ຍ້ອນການນອນທີ່ບໍ່ຖືກວິທີ ຫຼືນອນບໍ່ຖືກວິທີທີ່ຄວນນອນ ເຊິ່ງການນອນທີ່ທຳລາຍສຸຂະພາບນັ້ນມີດັ່ງນີ້

  1. ນອນກັດແຂ້ວ: ເກີດຈາກຄວາມຕຶງຄຽດ ຫຼືມີອາການເມື່ອຍ ເຊິ່ງຫາກຮູ້ໂຕວ່າ ນອນກັດແຂ້ວ ກໍຮີບປຶກສາທັນຕະແພດທັນທີອາດແກ້ໄຂໄດ້ ໂດຍການໃສ່ເຜືອກແຂ້ວ ເພື່ອຫຼຸດການສຽດສີ, ກ່ອນທີ່ແຂ້ວຈະແຕກ ຫຼືຄອນໄປກວ່ານີ້
  2. ນອນລະເມີລຸກມາຍ່າງ: ຄົນຫຼາຍໆຄົນກໍມີອາການນອນລະເມີ ມັກເວົ້າແປກໆ ຫຼືລຸກຂຶ້ນມາຍ່າງ ເຊິ່ງຢ່າຄິດວ່າບໍ່ເປັນອັນຕະລາຍ, ການນອນລະເມີຂັ້ນສູງສຸດ ກໍຄືການລຸກມາຍ່າງ ເຮັດໃຫ້ເກີດອັນຕະລາຍໄດ້ເຊັ່ນ: ຍ່າງອອກໄປນອກເຮືອນອາດຖືກລົດຊົນ, ຍ່າງຕົກຂັ້ນໄດ ຫຼືຕົກປ່ອງຢ້ຽມ ສາເຫດນັ້ນເກີດຈາກສິ່ງກະຕຸ້ນ ຈາກພາຍນອນຕອນສວາຍເຊັ່ນ: ເຮັດກິດຈະກຳທີ່ຕື່ນເຕັ້ນ ຫຼືການເບິ່ງໜັງທີ່ເປັນຕາຢ້ານ, ຖ້າເປັນຕະຫຼອດຄວນປຶກສາຈິດຕະແພດ
  3. ນອນຊັກກະຕຸກ: ເຊື່ອວ່າບາງຄົນຕ້ອງເຄີຍມີອາການນອນແລ້ວເກີດອາການກະຕຸກ ຈົນສະດຸ້ງຕື່ນ ສ່ວນຫຼາຍເກີດຈາກຄວາມຝັນ ຫຼືສະໝອງເກີດຄວາມສັບສົນວ່າ ກຳລັງຕົກຈາກບ່ອນສູງ ເຊິ່ງເຮັດໃຫ້ເຮົາເກີດການກະຕຸກຂຶ້ນມາທັນທີ ເຊິ່ງມີຜົນເສຍຄື: ເຮັດໃຫ້ເກີດອາການຕົກໃຈ, ອາດເມື່ອຍຕາມກ້າມເນື້ອ, ດັ່ງນັ້ນຖ້າຫາກເປັນຕະຫຼອດ ຄວນປຶກສາແພດຈະດີກວ່າ
  4. ນອນໂກນ: ການນອນໂກນ ນອກຈາກຈະເຮັດໃຫ້ຄົນອື່ນລຳຄານແລ້ວ ຍັງສ່ຽງພາວະຢຸດຫາຍໃຈ ຂະນະທີ່ນອນຫຼັບ ຖ້າຍັງເປັນແບບນີ້ຕະຫຼອດ ຄວນໄປກວດຫາອາການວ່າ ເປັນພະຍາດ ຫຼືບໍ່ ເພາະສ່ຽງເສຍຊີວິດໄດ້
  5. ນອນອ້າປາກ: ເກີດຈາກລະບົບຫາຍໃຈເຮັດວຽກບໍ່ເຕັມທີ່ ຫຼືມີອາການຫາຍໃຈບໍ່ອອກ ເຊິ່ງຂໍ້ເສຍທີ່ນຳມາຄື ມີອາການຄໍແຫ້ງ ດັ່ງນັ້ນຈຶ່ງມີວິທີແກ້ໄຂງ່າຍໆ ໂດຍການປ່ຽນທ່ານອນສະແຄງແທນ
  6. ນອນມີອາການຜີອຳ: ບາງຄົນອາດນອນໆຢູ່ແລ້ວຮູ້ສຶກວ່າ ມີຫຍັງມາທັບ ເໜັງຕີງບໍ່ໄດ້ ເຊິ່ງເປັນອາການທີ່ເຂົ້າໃຈວ່າ: “ຜີອຳ” ເຊິ່ງທີ່ຈິງແລ້ວ ອາດເກີດຈາກພະຍາດລົມຫຼັບ ຫຼືການອົດນອນ, ນອນບໍ່ເປັນເວລາ ເຊິ່ງຂໍ້ເສຍຄື ເຮັດໃຫ້ກ້າມເນື້ອເຄັ່ງ ເກີດອາການຕົກໃຈ ຈົນຕື່ນຢ້ານໄປເອງ, ວິທີແກ້ໄຂຄືພະຍາຍາມຜ່ອນຄາຍກ່ອນນອນ, ນອນໃຫ້ເປັນເວລາ ຈະຊ່ວຍໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...