spot_img
Homeນານາສາລະ10 ເຄັດລັບ ທີ່ຈະເຮັດໃຫ້ປະສົບຄວາມສໍາເລັດ

10 ເຄັດລັບ ທີ່ຈະເຮັດໃຫ້ປະສົບຄວາມສໍາເລັດ

Published on

ຄວາມສຳເລັດຂອງນັກທຸລະກິດທັງຫຼາຍ ບໍ່ໄດ້ສ້າງໃນວັນດຽວ ທຸກຢ່າງເກີດຈາກນິໄສ ທີ່ຄ່ອຍໆສະສົມທຸກມື້ ແລະຊ່ວຍໃຫ້ເຂົາເຫຼົ່ານັ້ນ ປະສົບຄວາມສຳເລັດ, ໃຜຢາກປະສົບຄວາມສຳເລັດ ໃຫ້ໄວຍິ່ງຂຶ້ນ ລອງມາສຶກສາເຄັດລັບທັງ 10  ທີ່ເຮັດໃຫ້ປະສົບຄວາມສຳເລັດໄດ້ໄວຂຶ້ນ

  1. ອ່ານຫຼາຍໆ: ເພາະຈະຊ່ວຍວາງແຜນດ້ານຄວາມຄິດ ເຮັດໃຫ້ເກີດຈິນຕະນາການ ພ້ອມດ້ວຍການສ້າງແຮງບັນດານໃຈ ລອງໃຊ້ເວລາຈັກ 10-15 ນາທີຕໍ່ມື້ ມາອ່ານໜັງສືເລື່ອງທີ່ເຈົ້າມັກລອງເບິ່ງ
  2. ໃຊ້ບັນທຶກ ຫຼືແອັບພິເຄຊັ່ນຊ່ວຍຈື່ຈຳ: ຄືກັນກັບການສ້າງເພີ່ມຄວາມຮູ້ເພີ່ມ ເວລາທີ່ເຮົາຕ້ອງການ ກໍສາມາດເປີດຄົ້ນຫາໄອເດຍທີ່ເຮົາເກັບໄວ້ ມາໃຊ້ໄດ້ຢ່າງທັນເວລາ
  3. ຕື່ນແຕ່ເຊົ້າ: ນອກຈາກເຮັດໃຫ້ຮ່າງກາຍສົດຊື່ນແລ້ວ ຍັງເປັນການຊ່ວຍເພີ່ມເວລາໃຫ້ເຈົ້າໄດ້ເລີມຕົ້ນເຮັດສິ່ງໃໝ່ໆໄວກວ່າຄົນອື່ນ
  4. ລຸກຂຶ້ນມາອອກກຳລັງກາຍ: ນອກຈາກເຮັດໃຫ້ຮ່າງກາຍແຂງແຮງແລ້ວ ຍັງຊ່ວຍໃຫ້ສະໝອງມີສຸຂະພາບດີ, ຫຼຸດອາການຄຽດ ແລະຊ່ວຍພັດທະນາຄວາມຈຳໄດ້ອີກດ້ວຍ
  5. ຝຶກຝົນແຮງບັນດານໃຈ: ການລົງມື ເຖິງແມ່ນວ່າໃນບາງຄັ້ງພວກເຂົາອາດບໍ່ໄດ້ຢູ່ໃນອາລົມທີ່ຈະເຮັດ ດັ່ງນັ້ນ ບໍ່ວ່າເຈົ້າຈະຮູ້ສຶກໝົດຫວັງ ຫຼືຮູ້ສຶກທໍ້ພຽງໃດ ເຈົ້າກໍຄວນພະຍາຍາມ ເອົາພະລັງທີ່ມີຂອງຕົວເອງອອກມາ
  6. ການນັ່ງສະມາທິ: ຊ່ວຍຫຼຸດການກະວົນກະວາຍ, ຄວາມເຈັບປວດ ແລະຍັງສາມາດປ້ອງກັນອາການຊຶມເສົ້າໄດ້, ດ້ວຍການກຳນົດລົມຫາຍໃຈ ດ້ວຍເວລາສັ້ນໆ ປະມານ 3-5 ນາທີ ແລະຈະສາມາດ
  7. ຫຼຸດສິ່ງລົບກວນດ້ວຍການເຊັກເມລ ມື້ລະ 2 ເທື່ອ: ເພາະການອ່ານ ແລະຕອບອີເມລ ບໍ່ໄດ້ຊ່ວຍເພີ່ມປະສິດທິພາບໃນການເຮັດວຽກ ແຕ່ເປັນການຕອບສະໜອງຢ່າງວ່ອງໄວເທົ່ານັ້ນ ເພື່ອໃຫ້ເຈົ້າສາມາດຕັ້ງໃຈເຮັດວຽກທີ່ເຮັດໄດ້ດົນຂຶ້ນ
  8. ຕອບແທນສັງຄົມ: ຄົນທີ່ປະສົບຄວາມສຳເລັດຫຼາຍຄົນ ມັກຈະຊອກເວລາມາເພື່ອຕອບແທນສັງຄົມເຊັ່ນ: ການບໍລິຈາກ, ເປັນອາສາສະໝັກ ເພື່ອສັງຄົມ
  9. ມີຄວາມຕັ້ງໃຈ: ການຕັ້ງໃຈ ເປັນສິ່ງສຳຄັນ ທີ່ຈະເຮັດໃຫ້ຄົນທັງຫຼາຍປະສົບຄວາມສຳເລັດໄດ້ຕາມເປົ້າໝາຍທີ່ວາງໄວ້, ຄວາມຕັ້ງໃຈເປັນຄືກັນກັບຂັ້ນໃດທີ່ຈະເຮັດໃຫ້ເຈົ້າກ້າວເຂົ້າສູ່ຄວາມສຳເລັດໄດ້
  10. ຢ່າເສຍຄວາມຕັ້ງໃຈ: ຢ່າໃຫ້ຄວາມຕັ້ງໃຈ ແລະຂັ້ນຕອນການເຮັດວຽກຕ້ອງຂາດຕອນ, ຕ້ອງເພີ່ມພະລັງໃຫ້ຕົວເອງ ດ້ວຍການຕັ້ງໃຈເຮັດແຕ່ລະວັນໃຫ້ສຳເລັດ ແລ້ວຄວາມສຳເລັດອັນໃຫຍ່ຈະຢູ່ໃຫ້ໆເຈົ້າເອງ

ຢາກກ້າວເຂົ້າສູ່ຄວາມສຳເລັດ ລອງເລີ່ມຕົ້ນຈາກການປ່ຽນນິໄສໃນແບບນັກທຸລະກິດທີ່ປະສົບຄວາມສຳເລັດ ແລ້ວເຈົ້າຈະພົບວ່າຄວາມສຳເລັດເປັນເລື່ອງທີ່ເຈົ້າສາມາດລົງມືເຮັດໄດ້ແນ່ນອນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...